• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂງານບຸນສີສັນລະດູບານໃໝ່ປີຈໍ 2018 ຢູ່ກອນຕຸມ

ຕອນເຊົ້າວັນທີ 19 ກຸມພາ (ກົງກັບວັນທີ 4 ບຸນເຕັດປີຈໍ), ຢູ່ນະຄອນ ກອນຕຸມ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງກອນຕຸມ ໄດ້ໄຂລາຍການສີສັນລະດູບານໃໝ່ປີຈໍ 2018.

(ການຊ່ວງເຮືອໃນແມ່ນ້ຳ ດັກລັກ)

ລາຍການລວມມີການເຄື່ອນໄຫວຫຼາຍຢ່າງຄື: ການຊ່ວງເຮືອໃນແມ່ນ້ຳ ດັກລັກ, ສະແດງຄ້ອງ, ຄົ້ນຫາບັນດາການລະຫຼີ້ນພື້ນເມືອງ…

ພາຍຫຼັງພີທີໄຂງານບຸນ, ປະຊາຊົນ ແລະ ນັກທ່ອງທ່ຽວນັບພັນຄົນໄດ້ພ້ອມກັນເຊຍລະດົບກຳລັງໃຈແກ່ການຊ່ວງເຮືອທີ່ເປັນມູນເຊື້ອບົນແມ່ນ້ຳ ດັກບລາ. ທ່ານ ຫງວຽນຊວນຈ່ວຽນ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງກອນຕຸມ ໃຫ້ຮູ້ວ່າ.

“ລາຍການສີສັນລະດູບານໃໝ່ປີຈໍ 2018 ຢູ່ແຂວງກອນຕຸນ ຖືກໄຂຂຶ້ນແຕ່ວັນທີ 4 ຫາວັນທີ 6 ຕາມຈັນທະປະຕິທິນ. ນີ້ແມ່ນການເຄື່ອນໄຫວວັດທະນະທຳ, ກິລາຂອງແຂວງກອນຕຸມ. ການເຄື່ອນໄຫວດັ່ງກ່າວແມ່ນເພື່ອແນໃສ່ຮັກສາ, ເສີມຂະຫຍາຍສີສັນຊົນເຜົ່າທີ່ເປັນເອກະລັກສະເພາະຢູ່ທ້ອງຖິ່ນ. ພ້ອມທັງຜ່ານການເຄື່ອນໄຫວດັ່ງກ່າວ ໄດ້ມີການແລກປ່ຽນວັດທະນະທຳກັບບັນດາເຂດພາກ ຜ່ານນັ້ນເພື່ອໃຫ້ພໍແມ່ປະຊາຊົນໃນບໍລິເວນແຂວງໄດ້ຕ້ອນຮັບບຸນປີໃໝ່ປີຈໍ 2018 ຢ່າງເບີດບານມ່ວນຊື່ນ”.

(ແຫຼ່ງຄັດຈາກ VOV)


ທ່ານ​ປະ​ທານ​ປະ​ເທດ: ວັດ​ທະ​ນະ​ທຳ​ແມ່ນ​ກຳ​ລັງ​ຊີ​ວິດ​ຂອງ​ຊາດ

ທ່ານ​ປະ​ທານ​ປະ​ເທດ: ວັດ​ທະ​ນະ​ທຳ​ແມ່ນ​ກຳ​ລັງ​ຊີ​ວິດ​ຂອງ​ຊາດ

ຕອນເຊົ້າວັນທີ 30 ກັນຍາ, ຢູ່ນະຄອນ ຫາຍຝ່ອງ ໄດ້ດຳເນີນກອງປະຊຸມຜູ້ແທນນັກປະພັນອາວຸໂສຄັ້ງທີ 1 ໂດຍສະມາຄົມນັກປະພັນ ຫວຽດນາມ ຈັດຂຶ້ນ.

Top