• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂງານບຸນລະດູບານໃໝ່ ກົນເຊີນ - ກ໊ຽບບາກ 2019

      ຕອນຄ່ຳວັນທີ 20 ກຸມພາ, ໄດ້ດຳເນີນພິທີໄຂງານບຸນລະດູບານໃໝ່ ກົນເຊີນ - ກ໊ຽບບາກ 2019 ຢູ່ເຂດປູຊະນີຍະສະຖານລະດັບຊາດພິເສດ ກົນເຊີນ - ກ໊ຽບບາກ (ເທດສະບານ ຈີ໊ລິງ, ແຂວງ ຫາຍເຢືອງ) ໂດຍມີການເຂົ້າຮ່ວມຂອງທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ.

ພິທີໄຂງານບຸນລະດູບານໃໝ່ ກົນເຊີນ - ກ໊ຽບບາກ 2019
      ກ່າວຄຳເຫັນໄຂງານບຸນລະດູບານໃໝ່ ກົນເຊີນ - ກ໊ຽບບາກ 2019, ທ່ານ ຫງວຽນເຢືອງທ໊າຍ ປະທານຄະນະກຳມະການປະຊາຊົນແຂວງ ຫາຍເຢືອງ ຢືນຢັນວ່າ:
        ເກືອບ 7 ສະຕະວັດຜ່ານມາ, ງານບຸນ ກົນເຊີນ - ກ໊ຽບບາກ, ມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດໄດ້ປະກອບສ່ວນສ້າງຄວາມງາມດ້ານວັດທະນະທຳທີ່ເປັນເອກະລັກສະເພາະ, ຫລາຍຮູບຫລາຍສີ ບໍ່ພຽງແຕ່ຂອງເຂດດິນແດນ ຫາຍເຢືອງ ເທົ່ານັ້ນ ຫາກຍັງກາຍເປັນສະຖານທີ່ແຫ່ງການ ເຕົ້າໂຮມ, ຍອດຍິ່ງ ແລະ ແຜ່ຂະຫຍາຍດ້ວຍພະລັງຊີວິດວັດທະນະທຳ, ດ້ວຍຈິດໃຈຂອງພໍ່ແມ່ປະຊາຊົນຊາວ ຫວຽດນາມ ນັບລ້ານໆຄົນອີກດ້ວຍ.
        ງານບຸນລະດູບານໃໝ່ ກົນເຊີນ - ກ໊ຽບບາກ 2019 ດຳເນີນແຕ່ວັນທີ 14 – 27 ກຸມພາ.
 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top