• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂງານບຸນທ່ອງທ່ຽວນ້ຳຕົກຕາດ ບ້ານຢົກ ປີ 2023

ທີ່ພິທີໄຂງານບຸນ, ໄດ້ມີລາຍການສະແດງສະແດງສິລະປະດ້ວຍບັນດາການສະແດງສິລະປະທີ່ເປັນເອກະລັກສະເພາະ, ພິເສດແມ່ນລາຍການສະແດງສິລະປະຂັບແທງ ພິມຕິ໋ງ ດ້ວຍການເຂົ້າຮ່ວມຂອງນັກສິລະປະການນັບ 1.000 ຄົນ.
ພິທີກຳຕ່າງໆທີ່ເຫດການ (ພາບ:VOV)

ຕອນຄ່ຳວັນທີ 6 ຕຸລາ, ຄະນະກຳມະການປະຊາຊົນແຂວງ ກາວບັ່ງ ໄດ້ໄຂງານບຸນທ່ອງທ່ຽວນ້ຳຕົກຕາດ ບ້ານຢົກ ປີ 2023. ຜູ້ຕາງໜ້າກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ຜູ້ຕາງໜ້າ 10 ແຂວງ, ນະຄອນ, ຜູ້ຕາງໜ້າເຂດປົກຄອງດ້ວຍຕົນເອງຊົນເຜົ່າ ຈ໋ວາງ, ແຂວງ ກວາງສີ (ປະເທດຈີນ) ພ້ອມກັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດນັບພັນຄົນເຂົ້າຮ່ວມງານບຸນ.

ທີ່ພິທີໄຂງານບຸນ, ໄດ້ມີລາຍການສະແດງສະແດງສິລະປະດ້ວຍບັນດາການສະແດງສິລະປະທີ່ເປັນເອກະລັກສະເພາະ, ພິເສດແມ່ນລາຍການສະແດງສິລະປະຂັບແທງ ພິມຕິ໋ງ ດ້ວຍການເຂົ້າຮ່ວມຂອງນັກສິລະປະການນັບ 1.000 ຄົນ. ນອກຈາກນັ້ນ, ຍັງມີການເຄື່ອນໄຫວອື່ນໆ, ຄື: ງານວາງສະແດງ, ແນະນຳຜະລິດຕະພັນ, ສິນພິເສດ, ຂອງກິນທີ່ເປັນເອກະລັກສະເພາະ, ການເຄື່ອນໄຫວ ກິລາ, ການລະຫຼິ້ນພື້ນເມືອງ…

“ຂ້າພະເຈົ້າມີຄວາມປິຕິຊົມຊື່ນ ແລະ ພາກພູມໃຈເມື່ອໄດ້ເຂົ້າຮ່ວມງານບຸນນ້ຳຕົກຕາດບ້ານຢົກ, ຂ້າພະເຈົ້າເຫັນວ່າມີການປະສານສົມທົບລະຫວ່າງປັດໄຈພື້ນເມືອງ ແລະ ທັນສະໄໝ. ທັນສະໄໝຢູ່ນີ້ແມ່ນດ້ານດົນຕີ, ແສງສີ, ສ່ວນປັດໄຈພື້ນເມືອງແມ່ນຄວາມງາມດ້ານວັດທະນະທຳຂອງຊາວເຜົ່າສ່ວນໜ້ອຍຢູ່ແຫ່ງນີ້”.

“ບັນຍາກາດ ແລະ ທິວທັດທຳມະຊາດ, ເຖິງວ່າ ທັນສະໄໝ ແລະ ພື້ນເມືອງ ມັນແຕກຕ່າງກັນກກໍ່ຕາມ ແຕ່ຜ່ານການຈັດຕັ້ງຂ້າພະເຈົ້າເຫັນໄດ້ມັນເໝາະສົມ, ອຸດົມສົມບູນ ແລະ ເຮັດໃຫ້ຂ້າພະເຈົ້າມີຄວາມປະທັບໃຈ”.

(ແຫຼ່ງຄັດຈາກ VOV)

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ: ສຳຫຼວດກວດກາລະອຽດຂົງເຂດຄຸ້ມຄອງຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ: ສຳຫຼວດກວດກາລະອຽດຂົງເຂດຄຸ້ມຄອງຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ

ຮ່າງມະຕິຕ້ອງອັບເດັດ, ເພີ່ມເຕີມບັນດາຂໍ້ກຳນົດຂອງກົດໝາຍໃໝ່ກ່ຽວຂ້ອງເຖິງທີ່ດິນ, ຊັບພະຍາກອນ, ສິ່ງແວດລ້ອມ, ກະສິກຳ.

Top