• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂງານຕະຫຼາດນັດລະດູໃບໄມ້ຫຼົ່ນ ຄັ້ງທີ 1 ປີ 2025: ການເດີນທາງເຊື່ອມຕໍ່, ເຊື່ອມໂຍງ ແລະ ວັດທະນາຖາວອນ

ງານຕະຫຼາດນັດລະດູໃບໄມ້ຫຼົ່ນ ຄັ້ງທີ 1 ປີ 2025 ມີຫົວຂໍ້ “ເຊື່ອມຕໍ່ມະນຸດກັບການຜະລິດ, ດຳເນີນທຸລະກິດ”.
ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ງານຕະຫຼາດນັດ (ພາບ: VTC News)

ຕອນຄ່ຳວັນທີ 25 ຕຸລາ, ຢູ່ສູນວາງສະແດງແຫ່ງຊາດ (ດົງແອັງ, ຮ່າໂນ້ຍ) ໄດ້ຈັດພິທີ ໄຂງານຕະຫຼາດນັດລະດູໃບໄມ້ຫຼົ່ນ ຄັ້ງທີ 1 ປີ 2025. ເຂົ້າຮ່ວມພິທີໄຂມີ ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບບັນດາການນຳພັກ, ລັດ, ລັດຖະບານ, ບັນດາກະຊວງ, ຄະນະ, ຂະແໜງການ; ບັນດາທ້ອງຖິ່ນ ແລະ ຜູ້ຕາງໜ້ານັບຮອຍວິສາຫະກິດທັງຢູ່ພາຍໃນ ແລະ ຕ່າງປະເທດ.

ງານຕະຫຼາດນັດລະດູໃບໄມ້ຫຼົ່ນ ຄັ້ງທີ 1 ປີ 2025 ມີຫົວຂໍ້ “ເຊື່ອມຕໍ່ມະນຸດກັບການຜະລິດ, ດຳເນີນທຸລະກິດ” ດ້ວຍການເຂົ້າຮ່ວມຂອງ 34 ແຂວງ, ນະຄອນ, ວິສາຫະກິດຂອງ ຫວຽດນາມ 2.500 ແຫ່ງ ແລະ ວິສາຫະກິດທີ່ມາຈາກບັນດາປະເທດປະມານ 100 ແຫ່ງ, ຄື: ຝລັ່ງ, ແບນຊິກ, ໂຮນລັງ, ໂອຕາລິດ, ຈີນ, ອິນເດຍ, ບັນດາປະເທດ ອາຊຽນ…

ບັນດາຮ້ານວາງສະແດງຢູ່ງານຕະຫຼາດນັດໄດ້ວາງສະແດງ, ໂຄສະນາບັນດາຜະລິດຕະພັນໃນຂົງເຂດອຸດສາຫະກຳ, ການຄ້າ, ເຄື່ອງໃຊ້ສອຍ, ວາງສະແດງຮູບທິວທັດ, ຮູບແບບປະດິດຄິດສ້າງຂອງ ຮ່າໂນ້ຍ… ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນວ່າ:

“ງານຕະຫຼາດນັດລະດູໃບໄມ້ຫຼົ່ນ ຄັ້ງທີ 1 ປີ 2025 ບໍ່ພຽງແຕ່ເປີດແຫ່ງເຊື່ອມຕໍ່ໃໝ່ລະຫວ່າງວິສາຫະກິດ ແລະ ຜູ້ບໍລິໂພກ, ລະຫວ່າງ ຫວຽດນາມ ແລະ ໂລກ, ລະຫວ່າງມະນຸດກັບການຜະລິດດຳເນີນທຸລະກິດເທົ່ານັ້ນ, ຫາກສຳຄັນກວ່າແມ່ນເປັນແຫ່ງ “ເລີ່ມແຫຼ່ງປະດິດຄິດສ້າງ - ພູມປັນຍາໄດ້ແຜ່ແສງສະຫວ່າງ - ພົບປະແລກປ່ຽນ, ຮ່ຳຮຽນ - ຢືນຢັນຄຸນນະທາດ - ແຜ່ກະຈາຍຄວາມເອກອ້າງທະນົງໃຈ” ແລະ ຈິດໃຈ “ລັດສ້າງສັນ - ວິສາຫະກິດນຳໜ້າ - ພາກລັດ ເອກະຊົນຮ່ວມເດີນທາງ - ປະເທດຊາດຮັ່ງມີເຂັ້ມແຂງ - ປະຊາຊົນມີຄວາມຜາສຸກ” ອີກດ້ວຍ.

ໂດຍໄດ້ຈັດຂຶ້ນແຕ່ວັນທີ 25 ຕຸລາ ຮອດວັນທີ 04 ພະຈິກ, ຄະນະຈັດຕັ້ງຫວັງວ່າຈະໄດ້ຕ້ອນຮັບແຂກເຂົ້າມາຢ້ຽມຊົມກວ່າ 500.000 ເທື່ອຄົນ/ວັນ.

(ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ດ້ານ​ການ​ເມືອງ, ຮັບ​ປະ​ກັນ​ການ​ປ້ອງ​ກັນ​ຊາດ​ປ້ອ​ງ​ກັນ​ຄວາມ​ສະ​ຫງົບ ຫວຽດ​ນາມ - ກຳ​ປູ​ເຈຍ

ສືບ​ຕໍ່​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ດ້ານ​ການ​ເມືອງ, ຮັບ​ປະ​ກັນ​ການ​ປ້ອງ​ກັນ​ຊາດ​ປ້ອ​ງ​ກັນ​ຄວາມ​ສະ​ຫງົບ ຫວຽດ​ນາມ - ກຳ​ປູ​ເຈຍ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ເໜີ​ສອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ຂໍ້​ມູນ, ໜູນ​ຊ່ວຍ​ກັນ​ໃນ​ການ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ຢູ່​ແຕ່​ລະ​ປະ​ເທດ.

Top