• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂການແຂ່ງຂັນຊ່ວງເຮືອໃບ RS:One ຊິງຊະນະເລີດໂລກຄັ້ງທີ 6

      ນີ້ແມ່ນການເຄື່ອນໄຫວໃນຂອບເຂດ Festival ມໍຣະດົກ ກວາງນາມ 2017.

ພາບປະກອບ
      ຕອນຄ່ຳວັນທີ 11 ມິຖຸນາ, ຢູ່ຫາດຊາຍທະເລ ອານບາງ, ນະຄອນ ໂຫ້ຍອານ, ແຂວງ ກວາງນາມ ໄດ້ໄຂແຂ່ງຂັນຊ່ວງເຮືອໃບ RS:One ຊິງຊະນະເລີດໂລກຄັ້ງທີ 6 ແລະ ການແຂ່ງຂັນຊ່ວງເຮືອໃບ ຫວຽດນາມ ເປີດກ້ວາງ ປີ 2017 ໂດຍສະຫະພັນຊ່ວງເຮືອ ຫວຽດນາມ ສົມທົບກັບພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວແຂວງ ກວາງນາມ, ສະຫະສະມາຄົມສະກິນ້ຳສາກົນ (IWA) ຈັດຕັ້ງ. ນີ້ແມ່ນການເຄື່ອນໄຫວໃນຂອບເຂດ Festival ມໍຣະດົກ ກວາງນາມ 2017. ນີ້ກໍ່ແມ່ນຄັ້ງທຳອິດ ຫວຽດນາມ ເປັນເຈົ້າພາບຈັດຕັ້ງ 2 ເຫດການກິລາຂະໜາດໃຫຍ່ຄືແນວນີ້, ດ້ວຍນັກກິລາ 93 ຄົນທີ່ມາຈາກ 21 ປະເທດ ແລະ ເຂດແຄ້ວນ ໃນໂລກເຂົ້າຮ່ວມ. ທ່ານ ຫງວຽນຫາຍເດື່ອງ, ເລຂາທິການໃຫຍ່ສະຫະພັນຊ່ວງເຮືອ ຫວຽດນາມ, ໃຫ້ຮູ້ວ່າ:
        ດ້ວຍຄວາມສາມາດບົ່ມຊ້ອນແມ່ນມີຝັ່ງທະເລຍາວຢຽດ, ກ້ວາງ ແລະ ງາມ, ບັນດາການເຄື່ອນໄຫວກ່ຽວກັບການຊ່ວງເຮືອກິລາ, ພິເສດແມ່ນກິລາປະເພດຊ່ວງເຮືອໃນການແຂ່ງຂັນ Olympic ນີ້ ເກືອບຄືວ່າ ບໍ່ທັນມີຢູ່ ຫວຽດນາມ. ສະຫະພັນຊ່ວງເຮືອອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີ ພວມສົ່ງເສີມ ຫວຽດນາມ ພັດທະນາກິລາປະເພດ ນີ້. ກ່ອນອື່ນໝົດ, ແມ່ນເຂົ້າຮ່ວມ Sea Games ແລະ ASIAD ປີ 2018.”
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top