• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມ​ກາງສະໄໝຄະນະບໍລິຫານງານສູນກາງພັກ ຊຸດທີ XIII

ບົດລາຍງານສຳຫຼວດກ່ຽວກັບການຊີ້ນຳ, ນຳພາຂອງກົມການເມືອງ, ຄະນະເລຂາທິການ ກາງສະໄໝ...
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ກອງປະຊຸມ

ກອງປະຊຸມກາງສະໄໝ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 15 ພຶດສະພາ, ຢູ່ນະຄອນຫຼວງ ຮ່າໂນ້ຍ ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ.

        ທີ່ກອງປະຊຸມ, ຄະນະບໍລິຫານງານສູນກາງພັກ ຊຸດທີ XIII ໄດ້ປະກອບຄຳເຫັນກ່ຽວກັບບັນດາເນື້ອໃນຄື: ບົດລາຍງານສຳຫຼວດກ່ຽວກັບການຊີ້ນຳ, ນຳພາຂອງກົມການເມືອງ, ຄະນະເລຂາທິການ ກາງສະໄໝ ແລະ ບາງໜ້າທີ່ຈຸດສຸມຮອດເວລາໝົດສະໄໝກອງປະຊຸມໃຫຍ່ XIII ຂອງພັກ; ຮັບເອົາບັດໄວ້ວາງໃຈຂອງຄະນະບໍລິຫານງານສູນກາງພັກ ສຳລັບບັນດາ ກຳມະການກົມການເມືອງ, ຄະນະເລຂາທິການຊຸດທີ XIII; ແລະ ບາງບັນຫາສຳຄັນອື່ນໆອີກ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຊີ້ແຈ້ງວ່າ: ກອງປະຊຸມມີຄວາມໝາຍສຳຄັນສຳລັບການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຢ່າງມີໄຊ, ແມ່ນໂອກາດເພື່ອພ້ອມກັນຫວນຄືນ, ຕີລາຄາໂດຍພາວະວິໄສ, ຮອບດ້ານບັນດາໝາກຜົນ, ຜົນງານທີ່ບັນລຸໄດ້ແຕ່ຕົ້ນສະໄໝມາຮອດປະຈຸບັນ:

        “ຕີລາຄາຄຸນນະທາດ, ກຳລັງຄວາມສາມາດ, ໝາກຜົນລະອຽດຢ່າງຖືກຕ້ອງ ເພື່ອປະຕິບັດຖືກກັບພາລະໜ້າທີ່ທີ່ໄດ້ຮັບມອບໝາຍ ແລະ ອິດທິພົນຊື່ສຽງຂອງຜູ້ໄດ້ປ່ອນບັດໄວ້ວາງໃຈ. ຮັບປະກັນລັກສະນະປະຊາທິປະໄຕ, ພາວະວິໄສ, ຍຸຕິທຳ, ໂປ່ງໃສໃນການຮັບເອົາບັດໄວ້ວາງໃຈ ແລະ ນຳໃຊ້ໝາກຜົນຂອງການປ່ອນບັດໄວ້ວາງໃຈ. ເດັດດ່ຽວບໍ່ປະໃຫ້ເກີດການລະເມີດ ແລະ ສວຍໃຊ້ການປ່ອນບັດໄວ້ວາງໃຈເພື່ອກໍ່ຄວາມແບ່ງແຍກ, ທຳລາຍຄວາມສາມັກຄີພາຍໃນ”.

        ຕາມແຜນການແລ້ວ, ກອງປະຊຸມຈະດຳເນີນຮອດວັນທີ 17 ພຶດສະພາ.

(ແຫຼ່ງຄັດຈາກ VOV)

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໃຫ້ຮູ້ວ່າ ໄດ້ສ້າງຮ່າງບົດລາຍງານຄວາມຄືບໜ້າໃນການຕ້ານການຂຸດຄົ້ນ IUU ເພື່ອສົ່ງໃຫ້ຄະນະກຳມະການ ເອີລົບ (ອີຊີ) ແລະ ສົ່ງໄປຂໍຄຳເຫັນບັນດາສະມາຊິກຄະນະຊີ້ນຳ.

Top