• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມໃຫຍ່ຜູ້ແທນຊາວຄຼິດຫວຽດນາມຄັ້ງທີ7 ອາຍຸການ 2018-2023

ຕອນເຊົ້າວັນທີ 13 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນຊາວຄຼິດ ຫວຽດນາມ ກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ ຄັ້ງທີ 7 ອາຍຸການ 2018 -2023 ໄດ້ໄຂຂຶ້ນຢູ່ ຮ່າໂນ້ຍ ໂດຍມີການເຂົ້າຮ່ວມຂອງຜູ້ແທນກວ່າ 400 ຄົນຊື່ງແມ່ນຄູນພໍ່, ຊາວຄຼິດ .

ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ:TTXVN) 

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ໄດ້ສະເຫນີວ່າ: ຄະນະກຳມະການສາມັກຄີຄິດທະສາສະຫນາ ຍົກສູງປະສິດທິຜົນການເຄື່ອນໄຫວ, ປະກອບສ່ວນປະຕິບັດແນວທາງສະມາຄົມສາສະຫນາມີຄວາມສະຫນິດຕິດພັນ, ຮ່ວມເດີນທາງພ້ອມກັບຊາດ, ເພີ່ມທະວີການສ້າງສາ ແລະ ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ເສີມຂະຫຍາຍມູນເຊື້ອ ແລະ ຄຸນສົມບັດ, ສາສະຫນາ, ຕໍ່ສູ້ຕ້ານບັນດາກົນອຸບາຍແບ່ງແຍກຊົນຊາດ, ສາສະຫນາ. ທ່ານກ່າວວ່າ:

        “ ຄະນະກຳມະການໄດ້ເຕົ້າໂຮມ, ສ່ອງແສງຄວາມມຸ່ງມາດປາດຖະຫນາຂອງຊາວຄຼິດ, ຂອງສະມາຄົມສາສະຫນາຕໍ່ລັດ ແລະ ແນວໂຮມປະເທດຊາດຫວຽດນາມ ເພື່ອປົກປ້ອງສິດ, ຜົນປະໂຫຍດອັນຊອບທຳຂອງຊາວຄຼິດ ແລະ ສະມາຄົມສາສະຫນາ, ກໍ່ສ້າງ ແລະ ປັບປຸງອົງການສາສະຫນາທຸກຂັ້ນໃຫ້ນັບມື້ນັບເຂັ້ມແຂງ, ເໝາະສົມກັບບົດບາດແມ່ນອົງການເຕົ້າໂຮມ, ສ້າງຄວາມສາມັກຄີໃນຊາວຄິຼດຫວຽດນາມ.”

 

(ແຫຼ່ງຄັດຈາກ VOV)

 

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top