• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມສຸດຍອດສາທາລະນະສຸກໂລກ ດ້ວຍຫົວຂໍ້ Covid – 19

      ຕອນຄ່ຳວັນທີ 25 ຕຸລາ, ກອງປະຊຸມສຸດຍອດສາທາລະນະສຸກ ໂລກ ຄັ້ງທີ 12 ໄດ້ໄຂຂຶ້ນຢ່າງເປັນທາງການດ້ວຍຫົວຂໍ້ຈຸດສຸມແມ່ນ ໂລກລະບາດລະບົບທາງດ້ານຫາຍໃຈ Covid – 19. ຍ້ອນສະພາບການຂອງໂລກລະບາດ Covid – 19, ດັ່ງນັ້ນ ກອງປະຊຸມປີນີ້ໄດ້ດຳເນີນຮູບການທາງອອນລາຍ.

ປິ່ນປົວໃຫ້ແກ່ຜູ້ຕິດເຊື້ອພະຍາດ Covid - 19 ຢູ່ຝລັ່ງ ໃນວັນທີ 22 ຕຸລາ 2020 (ພາບ: AFP/TTXVN) 
      ກ່າວຄຳເຫັນໄຂກອງປະຊຸມ, ທ່ານ Frank Walter Steinmeier ປະທານາທິບໍດີ ສະຫະພັນ ເຢັຍລະມັນ ໄດ້ຮຽກຮ້ອງໃຫ້ບັນດາປະເທດໃນໂລກເພີ່ມທະວີການຮ່ວມມື ໃນຄວາມມານະພະຍາຍາມຕ້ານໂລກລະບາດ Covid – 19 ແທນໃຫ້ອັນທີ່ໄດ້ເອີ້ນວ່າ “ລັດທິຊົນຊາດ ວັກຊິນ”. ທ່ານກໍ່ຮຽກຮ້ອງໃຫ້ບັນດາປະເທດ ສະໜັບສະໜູນຂໍ້ລິເລີ່ມກົນໄກສຳຜັດກັບວັກຊິນ Covid -19 ທົ່ວໂລກ (COVAX).
        ທີ່ກອງປະຊຸມ, ທ່ານ Atonio Guterres ເລຂາທິການໃຫຍ່ ສປຊ ໄດ້ຮຽກຮ້ອງຄວາມສາມັກຄີໃນທົ່ວໂລກ, ໃນນັ້ນບັນດາປະເທດ ອຸດສາຫະກຳພັດທະນາຕ້ອງໜູນຊ່ວຍລະບົບສາທາລະນະສຸກໃຫ້ແກ່ບັນດາປະເທດທີ່ທຸກຍາກກ່ວາ.
        ໃນຂະນະນັ້ນ, ທ່ານ Tedros Adhanom Ghebreyesus  ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) ໄດ້ເນັ້ນໜັກວ່າການຮ່ວມມືແມ່ນວິທີການອັນໜຶ່ງດຽວເພື່ອໃຫ້ປະຊາຄົມໂລກ ຫຼຸດພົ້ນອອກຈາກ ໂລກລະບາດ Covid – 19 ໃນປັດຈຸບັນ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ໃນໄລຍະຜ່ານມາ ຫວຽດນາມ ຍາມໃດກໍ່ຢຶດໝັ້ນກັບນະໂຍບາຍການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕອນເອງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ.

Top