• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມວົງແຄບລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ

      ກອງປະຊຸມວົງແຄບລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ (ADMM) ໄດ້ໄຂຂຶ້ນໃນວັນທີ 18 ກຸມພາຢູ່ຮ່າໂນ້ຍ. ນີ້ແມ່ນເຫດການເປີດສາກໃຫ້ແກ່ບັນດາການເຄື່ອນໄຫວ, ກອງປະຊຸມປ້ອງກັນປະເທດ - ການທະຫານ ອາຊຽນ ຂັ້ນລັດຖະມົນຕີ ໂດຍກະຊວງປ້ອງກັນປະເທດ ຫວຽດນາມ ເປັນເຈົ້າພາບ ຈັດຂຶ້ນໃນປີເປັນປະທານ ອາຊຽນ 2020 ຂອງຫວຽດນາມ.

ທ່ານຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໂງຊວັນລິກ ຮັບຕໍາແໜ່ງເປັນປະທານ ກອງປະຊຸມ  ADMM ແລະ ADMM+
      ທ່ານພົນຕີ ເລຮຸຍວິ້ງ ຮອງຫົວໜ້າເສນາທິການໃຫຍ່ ກອງທັບປະຊາຊົນຫວຽດນາມ ເນ້ັນໜັກວ່າ:
        ກອງປະຊຸມ ADMM ວົງແຄບ ຄັ້ງນີ້ ມີທີ່ຕັ້ງ, ບົດບາດສໍາຄັນພິເສດ. ກອງປະຊຸມນີ້ ແມ່ນເວທີ ເພື່ອໃຫ້ລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ ດໍາເນີນການປຶກສາຫາລືກ່ຽວກັບບັນດາເນື້ອໃນຮ່ວມມືດ້ານປ້ອງກັນຊາດ ໃນປີ 2020, ກໍານົດທິດການຮ່ວມມືໃນປີ 2020 ແລະ ຊຸມປີຕໍ່ໄປ. ພ້ອມກັນນັ້ນ, ກອງປະຊຸມດັ່ງກ່າວ ກໍແມ່ນໂອກາດເພື່ອໃຫ້ຫວຽດນາມຢັ້ງຢືນບົດບາດເປັນປະທານໃນການບໍລິຫານ, ປະສານງານໃນການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງບັນດາ ປະເທດ ອາຊຽນ. ກອງປະຊຸມຄັ້ງນີ້ ກໍແມ່ນໂອກາດເພື່ອໃຫ້ຫວຽດນາມໂຄສະນາພາບພົດ, ທີ່ຕັ້ງບົດບາດຂອງປະເທດຊາດ, ຂອງກອງທັບປະຊາຊົນຫວຽດນາມ ມາເຖິງພາກພື້ນ ແລະ ສາກົນ”.
        ກອງປະຊຸມ ADMM ວົງແຄບ 2020 ຈະຈັດກອງປະຊຸມເປັນທາງການໃນວັນທີ 19 ກຸມພາ, ເຊິ່ງລວມມີວາລະປະຊຸມຄົບຄະນະ ແລະ ການພົບປະບໍ່ເປັນທາງການລະຫວ່າງ ລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເທດ ອາຊຽນ  ກັບ ອົດສະຕາລີ.
 (ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top