• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຢູ່ບັນດາແຂວງ, ນະຄອນປີ 2018

ຕອນເຊົ້າວັນທີ 4 ກໍລະກົດ, ຢູ່ແຂວງເຫງ້ອ່ານທາງພາກກາງຂອງຫວຽດນາມ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມບັນດາແຂວງ, ນະຄອນ ປີ 2018


ທ່ານ ເຈິ່ນແທັງເໝິນ ເລຂາສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ
ກ່າວຄຳເຫັນທີ່ກອງປະຊຸມ

(ພາບ: daidoanket.vn) 

ຕອນເຊົ້າວັນທີ 4 ກໍລະກົດ, ຢູ່ແຂວງເຫງ້ອ່ານທາງພາກກາງຂອງຫວຽດນາມ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມບັນດາແຂວງ, ນະຄອນ ປີ 2018, ເພື່ອແນໃສ່ຕີລາຄາ ວຽກງານແນວໂຮມໃນ 6 ເດືອນຕົ້ນປີ 2018, ຜັນຂະຫຍາຍໜ້າທີ່ຈຸດສຸມຂອງວຽກງານ 6 ເດືອນທ້າຍປີ ແລະ ສຸມໃສ່ປຶກສາຫາລື, ປະກອບຄຳເຫັນໃສ່ບັນດາເນື້ອໃນພື້ນຖານ ກະກຽມຈັດຕັ້ງກອງປະຊຸມໃຫຍ່ແນວໂຮມປະເທດຊາດຫວຽດນາມຂັ້ນຕ່າງໆ, ມຸ່ງໄປເຖິງກອງປະຊຸມໃຫຍ່ຜູ້ແທນແນວໂຮມປະເທດຊາດຫວຽດນາມຄັ້ງທີ 9, ອາຍຸການ 2019 – 2024.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເຈິ່ນແທັງເໝິນ ເລຂາສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ສະເໜີໃຫ້ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ຄວນຕັ້ງໜ້າປຶກສາຫາລື, ຍົກອອກບັນດາສິ່ງຄ້າງຄາ, ຄວາມຫຍຸ້ງຍາກໃນໄລຍະຜັນຂະຫຍາຍວຽກງານແນວໂຮມຢູ່ຂັ້ນຮາກຖານ, ປະກອບຄຳເຫັນໃສ່ບັນດາເນື້ອໃນພື້ນຖານ ເພື່ອກະກຽມຈັດຕັ້ງກອງປະຊຸມໃຫຍ່ແນວໂຮມປະເທດຊາດຫວຽດນາມຂັ້ນຕ່າງໆ, ມຸ່ງໄປເຖິງກອງປະຊຸມໃຫຍ່ຜູ້ແທນແນວໂຮມປະເທດຊາດຫວຽດນາມຄັ້ງທີ 9, ອາຍຸການ 2019 – 2024. ທ່ານ ເຈິ່ນແທັງເໝິນ ຖືວ່າ ນີ້ແມ່ນບັນດາເນື້ອໃນ, ຂັ້ນຕອນທີ່ສຳຄັນທີ່ສຸດ, ແມ່ນປະຖົມປັດໄຈໃນການຜັນຂະຫຍາຍບັນດາການເຄື່ອນໄຫວໃນຂັ້ນຕໍ່ໄປ, ຮັບປະກັນໃຫ້ຖືກຕາມຄວາມຄືບໜ້າ ແລະ ຄຸນນະພາບຂອງເອກະສານສະບັບຕ່າງໆ ທີ່ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຂັ້ນຕ່າງໆ.

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top