• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມຄັ້ງທີ 4 ສະພາແຫ່ງຊາດຈີນຊຸດທີ XIII

      ຕອນເຊົ້າວັນທີ 5 ມີນາ, ຢູ່ ຫໍສະພາປະຊາຊົນຈີນ, ຢູ່ນະຄອນຫຼວງປັກກິ່ງ ໄດ້ດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 4 ຂອງສະພາແຫ່ງຊາດ ຈີນຊຸດທີ XIII.
ກອງປະຊຸມຄັ້ງທີ 4 ສະພາແຫ່ງຊາດຈີນຊຸດທີ XIII (ພາບ: TTXVN)
      ທີ່ກອງປະຊຸມຄັ້ງນີ້, ບັນດາສະມາຊິກສະພາແຫ່ງຊາດຈະພິຈາລະນາຮ່າງແຜນການ 5 ປີຄັ້ງທີ 14 (2021 - 2025) ກ່ຽວກັບການພັດທະນາເສດຖະກິດ, ສັງຄົມແຫ່ງຊາດ ແລະ ບັນດາເປົ້າໝາຍໄລຍະຍາວຮອດປີ 2035, ພິຈາລະນາບົດລາຍງານກ່ຽວກັບການປະຕິບັດແຜນການປີ 2020 ແລະ ບົດລາຍງານກ່ຽວກັບແຜນການພັດທະນາເສດຖະກິດ - ສັງຄົມແຫ່ງຊາດ ປີ 2021, ພ້ອມກັບຮ່າງແຜນການພັດທະນາເສດຖະກິດ - ສັງຄົມແຫ່ງຊາດປີ 2021… ພ້ອມກັນນັ້ນ ກໍ່ປຶກສາຫາລືເອກະສານ ສຳຄັນຫຼາຍສະບັບທີ່ແຕກຕ່າງກັນ. ກອງປະຊຸມຄັ້ງນີ້ຄາດວ່າຈະສິ້ນສຸດໃນວັນທີ 11 ມີນາ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ປັບ​ປຸງ​ສາຍ​ພົວ​ພັນ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ ໃນ​ໄລ​ຍະ​ໃໝ່

ຫວຽດ​ນາມ - ລາວ ປັບ​ປຸງ​ສາຍ​ພົວ​ພັນ “ຫຸ້ນ​ສ່ວນ​ຍຸດ​ທະ​ສາດ” ໃນ​ໄລ​ຍະ​ໃໝ່

ວັນທີ 26 ມັງກອນ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ. ລາວ ແລະ ພັນລະຍາ ໄດ້ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ. ການຢ້ຽມຢາມ ໄດ້ດຳເນີນໃນລະຫວ່າງວັນທີ 26 – 27 ມັງກອນ, ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ, ປະກອບສ່ວນຍົກລະດັບການພົວພັນ ແລະ ກຳນົດທິດການຮ່ວມມືຮອບດ້ານ, ມີປະສິດທິຜົນ ແລະ ແທດຈິງຂອງໄລຍະພັດທະນາໃໝ່.

Top