• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມຄັ້ງທີ 38 ຂອງຄະນະປະຈຳສະພາແຫ່ງຊາດ

      ຕອນເຊົ້າວັນທີ 14 ຕຸລາ, ທີ່ຫໍສະພາແຫ່ງຊາດ, ໄດ້ໄຂກອງປະຊຸມຄັ້ງທີ 38 ຂອງ ຄະນະປະຈຳສະພາແຫ່ງຊາດເຊິ່ງຈະດຳເນີນໃນລະຫວ່າງວັນທີ 14 – 17 ຕຸລາ, ດ້ວຍເນື້ອໃນສຳຄັນຫຼາຍຢ່າງທີ່ຄະນະປະຈຳສະພາແຫ່ງຊາດຈະປະກອບຄຳເຫັນໃຫ້ສົມບູນແບບເພື່ອນຳເອົາເຂົ້າລາຍການກອງປະຊຸມສະໄໝສາມັນຄັ້ງທີ 8 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 14 ຊຶ່ງຈະດຳເນີນໃນວັນທີ 21 ຕຸລາຈະມາເຖິງ.

ພິທີໄຂ ກອງປະຊຸມຄັ້ງທີ 38 ຂອງຄະນະປະຈຳສະພາແຫ່ງຊາດ (ພາບ: VGP
      ກ່ຽວກັບວຽກງານກໍ່ສ້າງກົດໝາຍ, ຄະນະປະຈຳສະພາແຫ່ງຊາດ ໄດ້ໃຫ້ຄຳເຫັນກ່ຽວກັບ ຮ່າງກົດໝາຍ 3 ສະບັບ ລວມມີ: ກົດໝາຍວ່າດ້ວຍວິສາຫະກິດ (ສະບັບປັບປຸງ), ກົດໝາຍ ວ່າດ້ວຍການລົງທຶນ (ສະບັບປັບປຸງ), ກົດໝາຍ ສະບັບປັບປຸງ, ເພີ່ມເຕີມ ມາດຕາ 3 ໃນກົດໝາຍວ່າດ້ວຍການຄຸ້ມຄອງ, ນຳໃຊ້ອາວຸດ, ວັດຖຸລະເບີດ ແລະ ເຄື່ອງມືໜູນຊ່ວຍ.
        ກ່ຽວກັບວຽກງານຕິດຕາມກວດກາ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນກ່ຽວກັບ ບົດລາຍງານສັງລວມຄຳເຫັນ, ຂໍ້ສະເໜີແນະຂອງ ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນທີ່ສົ່ງເຖິງກອງປະຊຸມຄັ້ງທີ 8 ຂອງສະພາແຫ່ງຊາດຊຸດທີ 14, ລາຍງານໝາກຜົນຂອງການຕິດຕາມກວດກາ ກ່ຽວກັບການແກ້ໄຂ, ຕອບຂໍ້ສະເໜີຂອງຜູ້ສິດເລືອກຕັ້ງທີ່ສົ່ງເຖິງກອງປະຊຸມຄັ້ງທີ 7 ຂອງສະພາແຫ່ງຊາດ, ລາຍງານຜົນງານໃນການຮັບໃຊ້ປະຊາຊົນ, ຮັບ - ແກ້ໃບີຄຳຮ້ອງ ຂອງປະຊາຊົນ ແລະ ໝາກຜົນຂອງການຕິດຕາມກວດກາ ກ່ຽວກັບວຽກງານແກ້ໄຂການຮ້ອງຟ້ອງຮ້ອງທຸກ ຂອງ ປະຊາຊົນທີ່ສົ່ງເຖິງສະພາແຫ່ງຊາດ ປີ 2019.
        ທີ່ກອງປະຊຸມ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນ ກ່ຽວກັບບົດລາຍງານຕີລາຄາຜົນງານຂອງການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດ ປີ 2019. ແຜນການພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແບບວິທີການຈັດແບ່ງງົບປະມານສູນກາງປີ 2020.
            ຄະນະປະຈໍາສະພາແຫ່ງຊາດ ປະກອບຄໍາເຫັນກ່ຽວກັບບົດລາຍງານສະພາບເສດຖະກິດ-ສັງຄົມ, ງົບປະມານແຫ່ງລັດ; ບົດລາຍງານ ຄົ້ນຄວ້າຄວາມເປັນໄປໄດ້ກ່ຽວກັບໂຄງການກໍ່ສ້າງສະໜາມບິນລອງແທ່ງ ໄລຍະ 1;  ການປະຕິບັດ ແລະ ຂໍ້ສະເໜີນໍາໃຊ້ທຶນພັນທະບັດລັດຖະບານ ໄດ້ມີການຫັນປ່ຽນ ເພື່ອປະຕິບັດກິດຈະກໍາຍ່ອຍເພີ່ມເຕີມຂອງບາງໂຄງການ.
        ພ້ອມກັນນັ້ນ, ຄະນະປະຈໍາສະພາແຫ່ງຊາດ ກໍໄດ້ປະກອບຄໍາເຫັນໃສ່ມະຕິວ່າດ້ວຍການໃຫ້ສັດຕະຍາບັນ ສົນທິສັນຍາປັບປຸງເພີ່ມເຕີມສົນທິສັນຍາກໍານົດເສັ້ນຊາຍແດນແຫ່ງຊາດ ປີ 1985 ແລະ ສົນທິສັນຍາສະບັບປັບປຸງປີ 2005 ລະຫວ່າງຫວຽດນາມ - ກໍາປູເຈຍ; ອະນຸສັນຍາຂີດຂັ້ນ, ປັກຫຼັກໝາຍຊາຍແດນທາງບົກລະຫວ່າງຫວຽດນາມ ແລະ ກໍາປູເຈຍ; ບັນດາບົດລາຍການກ່ຽວກັບຄໍາເຫັນປະກອບ, ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ ແລະ ວຽກງານກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດຫວຽດນາມ ຊຸດທີ 14.
        ແລະກໍໃນວັນດຽວກັນ, ຄະນະປະຈໍາສະພາແຫ່ງຊາດ ກໍປະກອບຄໍາເຫັນໃສ່ຮ່າງບົດລາຍງານສັງລວມຄໍາເຫັນປະກອບ, ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ ຂອງຄະນະປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ; ບົດລາຍງານໝາກຜົນການຕິດຕາມກວດກາ ການແກ້ໄຂ, ຕອບຄໍາສະເໜີແນະຂອງຜູ້ມີສິດເລືອກຕັ້ງໃນກອງປະຊຸມສະໄໝສາມັນເທື່ອທີ 7; ບົດລາຍງານໝາກຜົນການຕິດຕາມກວດກາການແກ້ໄຂການຮ້ອງທຸກຮ້ອງຟ້ອງຂອງພົນລະເມືອງ ທີ່ສົ່ງເຖິງສະພາແຫ່ງຊາດ ແລະ ປະກອບຄໍາເຫັນກ່ຽວກັບບາງເນື້ອໃນໃນຂົງເຂດການເງິນ, ງົບປະມານ. 
 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top