ປະຊຸມຄັ້ງທີ 3 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 14 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 20 ກໍລະກົດ, ຢູ່ ຮ່າໂນ້ຍ. ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ເປັນປະທານ, ກ່າວຄຳເຫັນທີ່ກອງປະຊຸມ. ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ບໍລິຫານວາລະໄຂກອງປະຊຸມ. ທີ່ກອງປະຊຸມຄັ້ງນີ້, ຄະນະບໍລິຫານງານສູນກາງພັກຈະພິຈາລະນາ, ຕົກລົງບັນດາບັນຫາສຳຄັນໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ, ເນື້ອໃນກ່ຽວກັບການກໍ່ສ້າງພັກ, ລະບົບການເມືອງ ແລະ ການພັດທະນາປະເທດຊາດໃນໄລຍະໃໝ່...
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ ກອງປະຊຸມໃຫຍ່ຄັ້ງທີ 14 ນີ້ຈະກຳນົດທິດທາງ, ເປົ້າໝາຍ ແລະ ບັນດາການກຳນົດທິດຍຸດທະສາດໃຫຍ່.
“ບັນດານະໂຍບາຍຊີ້ຂາດຂອງສູນກາງໄດ້ຮັບຮອງເອົາ ຕ້ອງສ້າງ 4 ບາດກ້າວຫັນປ່ຽນຍຸດທະສາດ: ຍົກສູງກຳລັງຊີ້ນຳ, ກຳອຳນາດ ແລະ ຄຸນນະພາບການເຄື່ອນໄຫວຂອງພັກແລະ ກົງຈັກລັດ; ຄຸ້ມຄອງເປັນເອກະພາບເຂດພັດທະນາ, ເສີມຂະຫຍາຍແຫຼ່ງກຳລັງແຫ່ງຊາດຢ່າງມີປະສິດທິຜົນ; ກຳນົດຮູບແບບພັດທະນາໂດຍອີງໃສ່ສະມັດຕະພາບ, ພູນປັນຍາ, ເຕັກໂນໂລຊີ ແລະ ມະນຸດ; ເປັນເຈົ້າການໃນການປ້ອງກັນ, ສະກັດກັ້ນ, ຍົກສູງຄວາມຕ້ານທານ, ຄວາມສາມາດຮັບມື ແລະ ປົກປັກຮັກສາປະເທດຊາດໄວ້ຢ່າງໝັ້ນຄົງ. ສະເໜີໃຫ້ສູນກາງສຸມໃສ່ຕອບຄຳຖາມ: ແຕ່ລະໂຍບາຍຊີ້ຂາດແກ້ໄຂຈຸດໃດ? ສ້າງບັນດາກຳລັງໃໝ່ໃດ ແລະ ຕ້ອງມີເງື່ອນໄຂໃດເພື່ອປະຕິບັດໃຫ້ມີປະສິດທິຜົນ?”
ຕາມລາຍການ, ກອງປະຊຸມຈະເຮັດວຽກຮອດວັນທີ 24 ກໍລະກົດ 2026.






