• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂຮນ​ລັງ​ມີ​ຄວາມປາ​ດ​ຖະ​ໜາຢາກ​ຮ່ວມ​ມື​ກັບ ຫວຽດ​ນາມ ເພື່ອ​ຜົນ​ປະ​ໂຫຍດ​ລວມ​ຂອງ​ສອງ​ປະ​ເທດ

ຕາມທ່ານເອກອັກຄະລັດຖະທູດແລ້ວ, ໃນປີ ສະເຫຼີມສະຫຼອງພິເສດນີ້, ສອງປະເທດປາດຖະໜາ ການພົວພັນລະຫວ່າງສອງປະເທດຈະແໜ້ນແຟ້ນຜ່ານການຊຸກຍູ້ການຮ່ວມມືຢ່າງເລິກເຊິ່ງກ່ວາອີກ ກ່ຽວກັບບັນດາມາດຕະການເຕັກໂນໂລຢີປ່ຽນແປງໃໝ່ປະດິດຄິດສ້າງ ໃນຂົງເຂດກະສິກຳ, ນ້ຳປະປາ, logistics, ເຕັກໂນໂລຢີ ສູງ, ພະລັງງານສີຂຽວ ແລະ ເສດຖະກິດໝູນວຽນ.
  ທ່ານເອກອັກຄະລັດຖະທູດ ລາຊະອານາຈັກ ໂຮນລັງ ປະຈຳ ຫວຽດນາມ Kees van Baar (ພາບ: TTXVN)  

ທ່ານເອກອັກຄະລັດຖະທູດ ລາຊະອານາຈັກ ໂຮນລັງ ປະຈຳ ຫວຽດນາມ Kees van Baar ຢັ້ງຢືນວ່າ ໂຮນລັງມີຄວາມປາດຖະໜາຢາກຮ່ວມມືກັບ ຫວຽດນາມ ເພື່ອຜົນປະໂຫຍດລວມຂອງສອງປະເທດ ເມື່ອຕອບສຳພາດຕໍ່ນັກຂ່າວເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ໂຮນລັງ (9/4/1973 - 9/4/2023).

ຕາມທ່ານເອກອັກຄະລັດຖະທູດແລ້ວ, ໃນປີ ສະເຫຼີມສະຫຼອງພິເສດນີ້, ສອງປະເທດປາດຖະໜາ ການພົວພັນລະຫວ່າງສອງປະເທດຈະແໜ້ນແຟ້ນຜ່ານການຊຸກຍູ້ການຮ່ວມມືຢ່າງເລິກເຊິ່ງກ່ວາອີກ ກ່ຽວກັບບັນດາມາດຕະການເຕັກໂນໂລຢີປ່ຽນແປງໃໝ່ປະດິດຄິດສ້າງ ໃນຂົງເຂດກະສິກຳ, ນ້ຳປະປາ, logistics, ເຕັກໂນໂລຢີ ສູງ, ພະລັງງານສີຂຽວ ແລະ ເສດຖະກິດໝູນວຽນ, ກໍ່ຄືແລກປ່ຽນວັດທະນະທຳ ແລະ ການພົວປະແລກປ່ຽນປະຊາຊົນ. ທ່ານ Kees van Baar ກໍ່ຢັ້ງຢືນວ່າການພົວພັນຂອງສອງປະເທດ ບໍ່ພຽງແຕ່ພັດທະນາໃນຂົງເຂດການຄ້າ ແລະ ການລົງທຶນເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນຜ່ານຫຼາຍການເຄື່ອນໄຫວແລກປ່ຽນວັດທະນະທຳ, ດົນຕີ ແລະ ການຖ່າຍຮູບອີກດ້ວຍ. ການຮ່ວມມືສອງຝ່າຍ ໄດ້ຮັບການຊຸກຍູ້ຜ່ານການເຊື່ອມຕໍ່ບັນດາອົງການລັດຖະບານ, ວິສາຫະກິດ, ສະຖາບັນຄົ້ນຄ້ວາ ແລະ ສຳຄັນທີ່ສຸດແມ່ນ ປະຊາຊົນສອງປະເທດ.

 

(ແຫຼ່ງຄັດຈາກ VOV)

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ດ້ວຍ​ບັນ​ດາ​ໝາກ​ຜົນ​ທີ່​ອຸ​ດົມ​ສົມ​ບູນ ແລະ ແທ້​ຈິງ, ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ສ້າງ​ຂີດ​ໝາຍ​ຢ່າງ​ເລິກ​ເຊິ່ງ, ແມ່ນ​ຂີດ​ໝາຍ​ເປີດ​ພາກ​ພັດ​ທະ​ນາ​ໃໝ່​ເຕັມ​ໄປ​ດ້ວຍ​ແງ່​ຫວັງ​ໃນ​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ ກັບ​ແດນ​ມາກ, EU ແລະ ແບນ​ຊິກ.

Top