• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂຮງ​ຮຽນ​ສອງ​ພາ​ສາ ລາວ - ຫວຽດ​ນາມ ຫງວຽນ​ຢູ ໄຂ​ສົກ​ຮຽນ​ໃໝ່ 2024 – 2025

ທ່ານນາງ ສີວັນເຮືອງ ເພັງຄຳໄມ, ຜູ້ອຳນວຍການໂຮງຮຽນ ໃຫ້ຮູ້ວ່າ ສົກຮຽນ 2024 – 2025 ຈະມີສິ່ງທ້າທາຍຫຼາຍຢ່າງ ແຕ່ໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອ ສອນດີ - ຮຽນເກັ່ງຂອງໂຮງຮຽນ.
ພິທີເປີດສົກຮຽນ 2024 - 2025 ຂອງໂຮງຮຽນສອງພາກສາ ລາວ - ຫວຽດນາມ ຫງວຽນຢູ (ພາບ: VOV )

ຕອນເຊົ້າວັນທີ 11 ກັນຍາ, ຢູ່ນະຄອນຫຼວງ ວຽງຈັນ ລາວ, ໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ໄດ້ໄຂສົກຮຽນໃໝ່ 2024 – 2025. ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງ ສີວັນເຮືອງ ເພັງຄຳໄມ, ຜູ້ອຳນວຍການໂຮງຮຽນ ໃຫ້ຮູ້ວ່າ ສົກຮຽນ 2024 – 2025 ຈະມີສິ່ງທ້າທາຍຫຼາຍຢ່າງ ແຕ່ໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອ ສອນດີ - ຮຽນເກັ່ງຂອງໂຮງຮຽນ, ສູ້ຊົນບັນລຸເປົ້າໝາຍໃຫ້ແກ່ສົກຮຽນໃໝ່ ເພື່ອໃຫ້ຜູ້ປົກຄອງນັກຮຽນຍາມໃດກໍ່ອຸ່ນອ່ຽນໃຈ, ມີໝັ້ນໃຈວ່າ ລູກຂອງຕົນໄດ້ຮັບການສິດສອນໃນສະພາບແວດລ້ອມແຫ່ງການສຶກສາທີ່ດີ, ປອດໄພ ແລະ ມີຄຸນນະພາບ.

ທີ່ພິທີໄຂ, ຜູ້ຕາງໜ້າສະຖານທູດ ຫວຽດນາມ ປະຈຳ ລາວ, ກະຊວງສຶກສາ ແລະ ກິລາ ລາວ ໄດ້ສະເໜີໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ນອກຈາກໜ້າທີ່ ແລະ ພັນທະສິດສອນໃຫ້ແກ່ນັກຮຽນຂອງໂຮງຮຽນ ບໍ່ພຽງແຕ່ເກັ່ງພາສາຫວຽດ ແລ້ວ ແມ່ນຍັງຕ້ອງມີຄວາມເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບການພົວພັນແບບພິເສດລະຫວ່າງສອງຊາດ ລາວ - ຫວຽດນາມ ອ້າຍນ້ອງ, ຈາກນັ້ນ ກໍ່ສືບຕໍ່ຮັກສາ, ເພີ່ມພູນຄູນສ້າງ ແລະ ພັດທະນາສາຍພົວພັນ ລາວ - ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ມະ​ຫາ​ວິ​ທະ​ຍາ​ໄລ​ບໍ່​ແຮ່ - ທໍ​ລະ​ນີ​ສາດ ຕ້ອງ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຢີ​ສຳຫຼວດລົງ​ເລິກໃຕ້​ດິນ​, ບືນ​ຕົວ​ອອກ​ໄປ​ສູ່ທະ​ເລ​ໃຫຍ່

ມະ​ຫາ​ວິ​ທະ​ຍາ​ໄລ​ບໍ່​ແຮ່ - ທໍ​ລະ​ນີ​ສາດ ຕ້ອງ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຢີ​ສຳຫຼວດລົງ​ເລິກໃຕ້​ດິນ​, ບືນ​ຕົວ​ອອກ​ໄປ​ສູ່ທະ​ເລ​ໃຫຍ່

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສະ​ເໜີ​ການ​ນຳ, ພະ​ລັກ​ງານ, ຄູ​ສອນ ແລະ ນັກ​ສຶກ​ສາ ຂອງ​ໂຮງ​ຮຽນ​ຢຶດ​ໝັ້ນ​ປ່ຽນ​ແປງ​ການ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ໂດຍ​ພື້ນ​ຖານ ແລະ ຮອບ​ດ້ານ; ຍົກ​ສູງ​ຄຸນ​ນະ​ພາບ​ໃນ​ການ​ບຳ​ລຸງ​ສ້າງ​ຕາມ​ມາດ​ຖານ​ສາ​ກົນ​ຢ່າງ​ແທ​້​ຈິງ.

Top