• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂຮງໝໍເອກະຊົນ ຮ່ວມແຮງຮ່ວມໃຈພ້ອມກັບຂະແຫນງສາທາລະນະສຸກ ນະຄອນ ໂຮ່ຈີມິນ ປ້ອງກັນ ຕ້ານໂລກລະບາດໂຄວິດ 19

ຕໍ່ຫນ້າການຜັນແປສັບສົນຂອງໂລກລະບາດໂຄວິດ 19, ຂະແຫນງສາທາລະນະສຸກ ນະຄອນ ໂຮ່ຈີມິນ ໄດ້ລະດົມທຸກແຫລ່ງກຳລັງເພື່ອສຸມໃສ່ຕ້ານໂລກລະບາດ. ມີໂຮງໝໍເອກະຊົນຫລາຍໆແຫ່ງໃນບໍລິເວນນະຄອນໄດ້ເຂົ້າຮ່ວມ, ຮ່ວມແຮງຮ່ວມໃຈພ້ອມກັບຂະແຫນງສາທາລະນະສຸກພາກລັດ ເຂົ້າຮ່ວມການເອົາຕົວຢ່າງມາວິໄຈຫາເຊື້ອໃນຊຸມຊົນ, ສັກວັກຊິນກັນໂຄວິດ ແລະ ຮັບເອົາຜູ້ຕິດເຊື້ອໂຄວິດ - 19 ມາປິ່ນປົວ.

ໂຮງໝໍຫລາຍຂະແຫນງສາກົນ ຮ່ວານໝີ; (ພາບ: BV HM)

ພາຍຫລັງຈັດແຈງພື້ນທີ່ຫວ່າງມາເປັນໂຮງໝໍປິ່ນປົວຜູ້ຕິດໂຄວິດ -19, ວັນທີ 2 ສິງຫາ ໂຮງໝໍຫລາຍຂະແຫນງສາກົນ ຮ່ວານໝີ ຖູດຶກ ຂຶ້ນກັບກຸ່ມແພດສາດ ຮ່ວານໝີ ໄດ້ຮັບ ແລະ ປິ່ນປົວໃຫ້ຜູ້ຕິດເຊື້ອໂຄວິດ 55 ຄົນ, ໃນນັ້ນ ມີບາງຄົນແມ່ນຢູ່ໃນອາການຫນັກ.

        ຕາມປອ ທ່ານໝໍ ຫງວຽນຕວ໊ນ, ຫົວຫນ້າໂຮງໝໍຫລາຍຂະແຫນງສາກົນ ຮ່ວານໝີ ຖູດຶກ ແລ້ວ, ໃນເວລາພຽງແຕ່ອາທິດດຽວ, ໂຮງໝໍໄດ້ຈັດແຈງພື້ນທີ່ມາເປັນໂຮງໝໍປິ່ນປົວໃຫ້ຜູ້ຕິດເຊື້ອໂຄວິດ 19ໂດຍດ່ວນ. ທາງໂຮງໝໍໄດ້ສຸມໃສ່ທຸກແຫຼ່ງຊັບພະຍາກອນມະນຸດ, ແຫຼ່ງກຳລັງວັດຖຸເພື່ອປິ່ນປົວໃຫ້ຜູ້ຕິດເຊື້ອ ຊ່ວຍແບ່ງປັນການແບກຫາບໃຫ້ຂະແຫນງສາທາລະນະສຸກນະຄອນ. ໃນໄລຍະຕົ້ນ ໂຮງໝໍ ມີ 100 ຕຽງ ແລະ ເມື່ອມີຄວາມຈຳເປັນສາມາດເພີ່ມຂຶ້ນເປັນ 200 ຕຽງ.

        ເພື່ອຕອບສະຫນອງພະນັກງານ, ພາລະກອນໃຫ້ພຽພໍ, ກຸ່ມແພດສາດຮ່ວານໝີ້ ຕ້ອງການອາສາສະໝັກຈາກ ພະນັກງານແພດໝໍ 3000 ຄົນ ຢູ່ 15 ໂຮງໝໍ ແລະ 6 ຫ້ອງກວດພະຍາດໃນລະບົບ ເພື່ອແນໃສ່ຮັບປະກັນໃຫ້ການເຄື່ອນໄຫວປິ່ນປົວຜູ້ຕິດເຊື້ອໂຄວິດ- 19 (F0).  ຄຽງຄູ່ກັນນັ້ນ ໂຮງໝໍກໍ່ສຸມໃສ່ຝຶກອົບຮົມ, ບຳລຸງສ້າງຂັ້ນຕອນ, ແນະນຳໃຫ້ພະນັກງານ ພາລະກອນກ່ຽວກັບການບົ່ງມະຕິ ແລະ ປິ່ນປົວຜູ້ຕິດເຊື້ອໂຄວິດ- 19 . ທ່ານໝໍ ຫງວຽນຕວ໊ນ ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າກໍ່ໄດ້ຊື້ບັນດາອຸປະກອນການແພດສຳຄັນເພື່ອຮັບໃຊ້ວຽກງານປິ່ນປົວ. ສິ່ງສຳຄັນແມ່ນຖັງອົກຊີແຫຼວ. ພວກຂ້າພະເຈົ້າໄດ້ສະເຫນີໃຫ້ບໍລິສັດສະຫນອງຕ້ອງຕິດຕັ້ງໃຫ້ສຳເລັດພາຍໃນເວລາຫນຶ່ງອາທິດ”.

       ສ່ວນ ໂຮງໝໍ FVພັດເຂົ້າຮ່ວມວຽກງານສັກວັກຊິນ ແລະ ແບ່ງໂຮງໝໍອອກເປັນ 2 ເຂດ ເພື່ອປິ່ນປົວໃຫ້ຜູ້ຕິດເຊື້ອໂຄວິດ - 19. ທ່ານນາງ ຟ້າມທິແທງມາຍ, ຫົວຫນ້າຝ່າຍບໍລິຫານໂຮງໝໍFVໃຫ້ຮູ້ວ່າ: ໂຮງໝໍພວມເອົາ  ຕຽງຄົນເຈັບ63 ຕຽງມານຳໃຊ້ເປັນຕຽງປິ່ນປົວໃຫ້ຜູ້ຕິດເຊື້ອໂຄວິດ -19 ບໍ່ຕ້ອງການເຄື່ອງຊ່ວຍຫາຍໃຈ ແລະ 11 ຕຽງແມ່ນປິ່ນປົວໃຫ້ຜູ້ມີອາການຫນັກ. ເມື່ອກໍລະນີຈຳເປັນ ທາງໂຮງໝໍຈະຂະຫຍາຍກຳລັງຄວາມສາມາດເພື່ອຮັບເອົາຜູ້ຕິດໂຄວິດ ມາປິ່ນປົວຕື່ມອີກ.

ຕິດຕາມປິ່ນປົວຜູ້ຕິດໂຄວິດ 19 ຜ່ານຫນ້າຈໍ; (ພາບ:BVHM)

ຊຸມມື້ຕົ້ນເດືອນສິງຫາ, ໂຮງໝໍກາງສະຫນາມແຫ່ງຫນຶ່ງມີຂອບຂະຫນາດເກືອບ 200 ຕຽງ ໂດຍໂຮງໝໍຫລາຍຂະແຫນງ ຊວຽນອ໊າ (ເມືອງກູ໋ຈີ) ໄດ້ສ້າງຂຶ້ນມາດ່ວນເພື່ອຮັບເອົາຜູ້ຕິດເຊື້ອໂຄວິດມາປິ່ນປົວ ເພື່ອແນໃສ່ຮ່ວມແຮງຮ່ວມໃຈພ້ອມກັບກຳລັງສາທາລະນະສຸກນະຄອນ ໂຮ່ຈີມິນປ້ອງກັນຕ້ານໂລກລະບາດ. ປອ ທ່ານໝໍ ຫງວຽນວັນເຈົາ, ຫົວຫນ້າໂຮງໝໍ ຊວຽນອ໊າ ແບ່ງປັນວ່າ:

“ປະຈຸບັນ ລັດໄດ້ສຸມທຸກກຳລັງເຫື່ອແຮງໃຫ້ແກ່ການຕ້ານໂລກລະບາດໂຄວິດ -19 ສະນັ້ນ ພວກຂ້າພະເຈົ້າຄິດວ່າ ຕ້ອງໝູນໃຊ້ທຸກສິ່ງທຸກຢ່າງທີ່ທາງໂຮງໝໍມີຢູ່ເພື່ອປະກອບສ່ວນຕ້ານໂລກລະບາດ. ພິເສດ ໂຮງໝໍພວກຂ້າພະເຈົ້າແມ່ນໂຮງໝໍໃຫຍ່ ສະນັ້ນ ຈຶ່ງສາມາດໝູນໃຊ້ຈາກແຫລ່ງຊັບພະຍາກອນມະນຸດ, ອຸປະກອນການແພດ, ນັບທັງບັນຫາການເງິນ. ມາຮອດປະຈຸບັນ ທາງພາກລັດຍັງບໍ່ທັນມີການສະເຫນີຫຍັງເທື່ອເພື່ອສ້າງຕັ້ງເຂດກາງສະຫນາມ.”

ໂຮງໝໍຫລາຍຂະແຫນງ ນາມໄຊງ່ອນ ເມືອງ ບີ່ງແຈ໊ງ ແມ່ນຫົວຫນ່ວຍປະສົບກັບຄວາມຫຍຸ້ງຍາກໃນໄລຍະຕົ້ນຍ້ອນໂລກລະບາດໂຄວິດ-19, ຕ້ອງຢຸດຕິການເຄື່ອນໄຫວໃນໄລຍະຍາວ ແລະ ພາຍຫລັງກັບມາເຄື່ອນໄຫວຄືນໃຫມ່ ໂຮງໝໍແຫ່ງນີ້ ໄດ້ສະໝັກເຂົ້າຮ່ວມການຕໍ່ສູ້ຕ້ານໂລກລະບາດພ້ອມກັບຂະແຫນງສາທາລະນະສຸກນະຄອນ. ທ່ານ ດັ້ງວັນແທງ ຫົວຫນ້າໂຮງໝໍ ໃຫ້ຮູ້ວ່າ: ໂຮງໝໍມີ 109 ຕຽງ, ມີແພດໝໍ, ພະຍາບານ 150 ຄົນ ກຽມພ້ອມເຂົ້າຮ່ວມການປິ່ນປົວໃຫ້ຜູ້ຕິດເຊື້ອໂຄວິດ.

ຕີລາຄາສູງລະບົບສາທາລະນະສຸກເອກະຊົນໃນການກຽມພ້ອມເຂົ້າຮ່ວມການເຄື່ອນໄຫວປ້ອງກັນຕ້ານໂລກລະບາດໂຄວິດ -19, ທ່ານ ຫງວຽນແທ່ງລອງ ລັດຖະມົນຕີກະຊວງສາທາລະນະສຸກ ມີຄວາມປິຕິຊົມຊື່ນເມື່ອເຫັນວ່າບັນດາໂຮງໝໍ, ຮາກຖານສາທາລະນະສຸກເອກະຊົນ ໄດ້ເປັນເຈົ້າການ ຂຶ້ນແຜນຮັບປະກັນທັງເບິ່ງແຍງສຸຂະພາບໃຫ້ປະຊາຊົນ ທັງກຽມພ້ອມເຂົ້າຮ່ວມການປິ່ນປົວໃຫ້ຜູ້ຕິດເຊື້ອໂຄວິດ 19. ຍ້ອນມີການຮ່ວມແຮງຮ່ວມໃຈນີ້ ຈະຊ່ວຍໃຫ້ຄົນເຈັບຫລາຍຄົນໄດ້ຮັບການປິ່ນປົວຫາຍດີ, ຊ່ວຍນະຄອນໂຮ່ຈີມິນ ຜ່ານຜ່າຄວາມຫຍຸ້ງຍາກໃນປະຈຸບັນ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top