ວັນທີ 10 ມິຖຸນາ, ໂຮງໝໍກາງສະໜາມຂັ້ນ 2 ເລກ 7 ຂອງ ຫວຽດນາມ ທີ່ຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດ ຢູ ຊູດັງໃຕ້ UNMISS ໄດ້ຈັດກອງປະຊຸມຫົວເລື່ອງສະເພາະ ແລະ ຝຶກຊ້ອມລວມການຮັບມືກັບພະຍາດ Ebola, ເພື່ອອັບເດດສະພາບການສຸຂາພິບານ, ແລກປ່ຽນບົດຮຽນຕົວຈິງກັບບັນດາກົມກອງໃນຄະນະປະຕິບັດງານທີ່ກ່ຽວຂ້ອງເຖິງວຽກງານປ້ອງກັນ, ກວດພົບ, ແຍກຕົວ ແລະ ແກ້ໄຂບັນດາກໍລະນີຖືກສົງໄສຕິດແປດພະຍາດ.
ຈຸດເດັ່ນຂອງບັນດາການເຄື່ອນໄຫວແມ່ນການຝຶກຊ້ອມລວມ ດ້ວຍການຕິດຕາມ ແລະ ແລກປ່ຽນວິຊາສະເພາະຂອງຜູ້ຕາງໜ້າບັນດາໂຮງໝໍກາງສະໜາມ ແລະ ຫົວໜ່ວຍສາທາລະນະສຸກສາກົນທີ່ພວມປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານ. ກໍ່ທີ່ກອງປະຊຸມສຳມະນາ, ໂຮງໝໍກາງສະໜາມຂັ້ນ 2 ເລກ 7 ໄດ້ເປັນເຈົ້າການແບ່ງປັນເອກະສານວິຊາສະເພາະໃຫ້ແກ່ບັນດາກົມກອງໃນຄະນະປະຕິບັດງານ.
ທ່ານຮ້ອຍເອກ Velasquez Prand, ນາຍທະຫານການແພດກຳລັງຂຶ້ນກັບກອງພັນ Ghana (GAMBATT), ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າເປັນກຽດທີ່ໄດ້ເຂົ້າຮ່ວມລາຍການສຳມະນາ ແລະ ຝຶກຊ້ອມໃນມື້ນີ້. ລາຍການສຳມະນາ ແລະ ຝຶກຊ້ອມໄດ້ຈັດຂຶ້ນຢ່າງມີແບບມີແຜນ, ຕິດແທດກັບຕົວຈິງ. ຈາກເນື້ອໃນທິດສະດີ ຕະຫຼອດຮອດການຝຶກຊ້ອມລ້ວນແຕ່ນຳມາເຊິ່ງຄວາມຮູ້ ແລະ ບົດຮຽນທີິ່ມີປະໂຫຍດຫຼາຍຢ່າງ. ພວກຂ້າພະເຈົ້າຕີລາຄາສູງການກະກຽມ ກໍຄືກຳລັງຄວາມສາມາດຜັນຂະຫຍາຍບັນດາຂັ້ນຕອນຮັບມືກັບພະຍາດ Ebola ຂອງ ໂຮງໝໍກາງສະໜາມຂັ້ນ 2 ເລກ 7 ຫວຽດນາມ”.






