ຂ່າວສານ

ໂຮງໝໍກາງສະໜາມຂັ້ນ 2 ເລກ 7 ຍົກສູງກຳລັງຮັບມືກັບພະຍາດທີ່ຄະນະປະຕິບັດງານ UNMISS

ຈຸດເດັ່ນຂອງບັນດາການເຄື່ອນໄຫວແມ່ນການຝຶກຊ້ອມລວມ ດ້ວຍການຕິດຕາມ ແລະ ແລກປ່ຽນວິຊາສະເພາະຂອງຜູ້ຕາງໜ້າບັນດາໂຮງໝໍກາງສະໜາມ ແລະ ຫົວໜ່ວຍສາທາລະນະສຸກສາກົນທີ່ພວມປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານ.
ທີ່ຝຶກຊ້ອມລວມການຮັບມືກັບພະຍາດ Ebola (ພາບ: UNMISS)

ວັນ​ທີ 10 ມິ​ຖຸ​ນາ, ໂຮງ​ໝໍ​ກາງ​ສະ​ໜາມ​ຂັ້ນ 2 ເລກ 7 ຂອງ ຫວຽດ​ນາມ ທີ່​ຄະ​ນະ​ປ​ະ​ຕິ​ບັດ​ງານ​ຮັກ​ສາ​ສັນ​ຕິ​ພາບ​ສະ​ຫະ​ປະ​ຊາ​ຊາດ ຢູ ຊູ​ດັງ​ໃຕ້ UNMISS ໄດ້​ຈັດ​ກອງ​ປະ​ຊຸມ​ຫົວ​ເລື່ອງ​ສະ​ເພາະ ແລະ ຝຶກ​ຊ້ອມ​ລວມ​ການ​ຮັບ​ມື​ກັບ​ພະ​ຍາດ Ebola, ເພື່ອ​ອັບ​ເດດ​ສະ​ພາບ​ການສຸ​ຂາ​ພິ​ບານ, ແລກ​ປ່ຽນ​ບົດ​ຮຽນ​ຕົວ​ຈິງ​ກັບ​ບັນ​ດາ​ກົມ​ກອງ​ໃນ​ຄະ​ນະ​ປ​ະ​ຕິ​ບັດ​ງານ​ທີ່​ກ່ຽວ​ຂ້ອງ​ເຖິງ​ວຽກ​ງານ​ປ້ອງ​ກັນ, ກວ​ດ​ພົບ, ແຍກ​ຕົວ ແລະ ແກ້​ໄຂ​ບັນ​ດາ​ກໍ​ລະ​ນີ​ຖືກ​ສົງ​​ໄສ​ຕິດແປດ​ພະ​ຍາດ.

ຈຸດ​ເດັ່ນ​ຂອງ​ບັນ​ດາ​ການ​ເຄື່ອນ​ໄຫ​ວ​ແມ່ນ​ການ​ຝຶກ​ຊ້ອມ​ລວມ ດ້ວຍ​ການ​ຕິດ​ຕາມ ແລະ ແລກ​ປ່ຽນ​ວິ​ຊາ​ສະ​ເພາະ​ຂອງ​ຜູ້​ຕາງ​ໜ້າ​ບັນ​ດາ​ໂຮງ​ໝໍ​ກາງ​ສະ​ໜາມ ແລະ ຫົວ​ໜ່ວຍ​ສາ​ທາ​ລະ​ນະ​ສຸກ​ສາ​ກົນ​ທີ່​ພວມ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່​ຄະ​ນະ​ປະ​ຕິ​ບັດ​ງານ. ກໍ່​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ໂຮງ​ໝໍ​ກາງ​ສະ​ໜາມ​ຂັ້ນ 2 ເລກ 7 ໄດ້​ເປັນ​ເຈົ້າ​ການ​ແບ່ງ​ປັນ​ເອ​ກະ​ສານ​ວິ​ຊາ​ສະ​ເພາະໃຫ້​ແກ່​ບັນ​ດາ​ກົມ​ກອງ​ໃນ​ຄະ​ນະ​ປະ​ຕິ​ບັດ​ງານ.

ທ່ານຮ້ອຍ​ເອ​ກ Velasquez Prand, ນາຍ​ທະ​ຫານ​ການ​ແພດ​ກຳ​ລັງຂຶ້ນ​ກັບກອງ​ພັນ Ghana (GAMBATT), ໃຫ້​ຮູ້​ວ່າ:

“ພວກ​ຂ້າ​ພະ​ເຈົ້າ​ເປັນ​ກ​ຽດ​ທີ່​ໄດ້​ເຂົ້າ​ຮ່ວມ​ລາຍ​ການ​ສຳ​ມະ​ນາ ແລະ ຝຶ​ກ​ຊ້ອມ​ໃນ​ມື້ນີ້. ລາຍ​ການ​ສຳ​ມະ​ນາ ແລະ ຝຶກ​ຊ້ອມ​ໄດ້​ຈັດ​ຂຶ້ນ​ຢ່າງ​ມີ​ແບບ​ມີ​ແຜນ, ຕິດ​ແທດ​ກັບ​ຕົວ​ຈິງ. ຈາກ​ເນື້ອ​ໃນທິດ​ສະ​ດີ ຕະ​ຫຼອດ​ຮອດ​ການ​ຝ​ຶກ​ຊ້ອມ​ລ້ວ​ນ​ແຕ່​ນຳ​ມາ​ເຊິ່ງ​ຄວາມ​ຮູ້ ແລະ ບົດ​ຮຽນ​ທີິ່​ມີ​ປະ​ໂຫຍດ​ຫຼາຍ​ຢ່າງ. ພວກ​ຂ້າ​ພະ​ເຈົ້າ​ຕີ​ລາ​ຄາ​ສູງ​ການ​ກະ​ກຽມ ກໍ​ຄື​ກຳ​ລັງ​ຄວາມ​ສາ​ມາດ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂັ້ນ​ຕອນ​ຮັບ​ມື​ກັບ​ພະ​ຍາດ Ebola ຂອງ ໂຮງ​ໝໍ​ກາງ​ສະ​ໜາມ​ຂັ້ນ 2 ເລກ 7 ຫວຽດ​ນາມ”.


top