• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກ​ລະ​ບາດ Covid – 19 ສືບ​ຕໍ່​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ ຢູ່​ ຫວຽດ​ນາມ

ຕໍ່ໜ້າສະພາບການຜັນແປຢ່າງສັບສົນຂອງໂລກລະບາດ Covid – 19 ໃນບໍລິເວນ, ຕອນເຊົ້າວັນທີ 9 ສິງຫາ, ຄະນະຊີ້ນຳກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ຂອງນະຄອນຮ່າໂນ້ຍໄດ້ສືບຕໍ່ຈັດກອງປະຊຸມປຶກສາຫາລືບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19. 

ທ່ານ ຫງວຽນດຶກຈຸງ ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ (ພາບ:  vietnamnet.vn

ມາຮອດປັດຈຸບັນ, ໃນບໍລິເວນຮ່າໂນ້ຍ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກ 7 ຄົນໃນຊຸມຊົນ. ເມື່ອເນັ້ນໜັ້ກເຖິງຄວາມສຳຄັນຂອງການກວດກາຄືນໃໝ່, ເອົາແບບຢາງວິໄຈ ທ່ານ ຫງວຽນດຶກຈຸງ ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍໄດ້ຮຽກຮ້ອງໃຫ້ບັນດາໜ່ວຍງານສຸມໃສ່ເຂົ້າການຄົ້ນຫາ F1,F2 ຂອງບັນດາຜູ້ຕິດເຊື້ອໃນບໍເວນກໍ່ຄືຜູ້ຕິດເຊື້ອພະຍາດ Covid – 19.

ແລະກໍ່ໃນວັນທີ 8  - 9 ສິງຫາ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຫວຽດນາມ, ສະຖານທູດຫວຽດນາມປະຈຳທັງອີຕາລີ ແລະ ໄຊປຣັດ, ສະຖານທູດຫວຽດນາມ ປະຈຳ ອາຣັບບິ ຊາອຸດິ ແລະ ບໍລິສັດການບິນແຫ່ງຊາດຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຢູ່ປະເທດປະຈຳຖິ່ນ ຈັດບັນດາຖ້ຽວບິນນຳສົ່ງພົນລະເມືອງ 270 ຄົນ ກັບມາປະເທດຈາກສອງປະເທດດັ່ງກ່າວຢ່າງປອດໄພ.

ໃນເຫດການທີ່ກ່ຽວຂ້ອງ, ບັນດານັກຊ່ຽວຊານສາກົນຖືວ່າ: ຄືກັນກັບການແຜ່ລາມຂອງໂລກລະບາດ Covid – 19 ຄັ້ງທຳອິດ, ຫວຽດນາມ ໄດ້ມີປະຕິກິລິຍາ ຢ່າງໄວວາ ແລະ ແຮງເມື່ອໂລກລະບາດ Covid – 19 ເກີດຂຶ້ນຄືນໃໝ່ຢູ່ດ່ານັ້ງຄັ້ງທີ 2ໂດຍບັງເອີນ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top