• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກ​ລະ​ບາດ​ໂຄວິດ - 19 ໃນ​ທົ່ວ​ໂລກ​ມີ​ການ​ຜັນ​ແປ​ຢ່າງ​ຮ້າຍ​ແຮງ

ນັບແຕ່ເວລາ 1 ໂມງຂອງວັນທີ 26 ເມສາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ເກືອບ 147,8 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດຫຼາຍກວ່າ 3,12 ລ້ານຄົນ. ປັດຈຸບັນ, ອາເມລິກາ ແມ່ນປະເທດທີ່ມີຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດສູງທີ່ສຸດໃນໂລກ.
ລະບົບສາທາລະນະສຸກຂອງ ອິນເດຍ ພວມຖືກຄວາມກົດດັນສູງທີ່ສຸດ (ພາບ: REUTERS)

 ຢູ່ ອິນເດຍ - ໃຈກາງຂອງໂລກລະບາດ, ວັນທີ 25 ເມສາ, ປະເທດນີ້ ຢັ້ງຢືນມີຜູ້ຕິດເຊື້ອລາຍໃໝ່ສູງສະຖິຕິ ໂດຍບໍ່ເຄີຍມີມາກ່ອນ, ດ້ວຍຫຼາຍກວ່າ 354.500 ຄົນ, ເຊິ່ງແມ່ນຕົວເລກສູງທີ່ສຸດໃນໂລກ. ນີ້ແມ່ນວັນທີ 4 ຢ່າງລຽນຕິດ ທີ່ ອິນເດຍ ຢັ້ງຢືນມີຈຳນວນຜູ້ຕິດເຊື້ອຫຼາຍຄືແນວນີ້. ລະບົບສາທາລະນະສຸກຂອງປະເທດນີ້ພວມຖືກຄວາມກົດດັນສູງທີ່ສຸດ. ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ຮຽກຮ້ອງໃຫ້ປະຊາຊົນທຸກຄົນໄປສັກວັກຊິນກັນພະຍາດໂຄວິດ - 19, ພ້ອມທັງປະຕິບັດບັນດາມາດຕະການຕ້ານການແຜ່ລະບາດຢ່າງເຂັ້ມງວດ.

        ຢູ່ອາຊີຕາເວັນອອກສ່ຽງໃຕ້ ກໍພວມປະເຊີນໜ້າກັບຄວາມສ່ຽງໂລກລະບາດແຜ່ລະບາດຢ່າງແຮງ ເມື່ອຈຳນວນຜູ້ຕິດເຊື້ອໃໝ່ ພວມເພີ່ມຂຶ້ນໃນແຕ່ລະວັນ. ຕອນບ່າຍວັນທີ 26 ເມສາ, ລາວ ຢັ້ງຢືນມີຜູ້ຕິດເຊື້ອລາຍໃໝ່ຕື່ມອີກ 113 ກໍລະນີ, ອັນໄດ້ຍົກຈໍານວນຜູ້ຕິດເຊື້ອທັງໝົດຢູ່ປະເທດນີ້ຂຶ້ນເປັນ 436 ກໍລະນີ. ສ່ວນຢູ່ ກຳປູເຈຍ, ຕອນບ່າຍວັນທີ 25 ເມສາ, ຈຳນວນຜູ້ຕິດເຊື້ອລາຍໃໝ່ຢູ່ປະເທດນີ້ ຍັງຄົງແມ່ນຢູ່ລະດັບ 3 ຕົວເລກ, ດ້ວຍ 616 ກໍລະນີ. 

(ແຫຼ່ງຄັດຈາກ VOV)

ສ້າງ​ກຳ​ລັງ​ໜູນ​ໃໝ່​ໃຫ້​ແກ່​ການ​ພົ​ວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ ຫວຽດ​ນາມ - ອົດ​ສະ​ຕາ​ລີ

ສ້າງ​ກຳ​ລັງ​ໜູນ​ໃໝ່​ໃຫ້​ແກ່​ການ​ພົ​ວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ ຫວຽດ​ນາມ - ອົດ​ສະ​ຕາ​ລີ

ການຢ້ຽມຢາມຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ Anthony Albanese ປະກອບສ່ວນສ້າງກຳລັງໜູນໃໝ່ແກ່ການພົວພັນຄູ່ຮ່ວມມືຍຸດທະສາດໃນສະພາບການ ຫວຽດນາມ ແລະ ອົດສະຕາລີ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 50 ປີ (1973 – 2023).

Top