ຂ່າວສານ

ໂລກ​ລະ​ບາດ​ໂຄວິດ - 19 ໃນ​ທົ່ວ​ໂລກ​ມີ​ການ​ຜັນ​ແປ​ຢ່າງ​ຮ້າຍ​ແຮງ

ນັບແຕ່ເວລາ 1 ໂມງຂອງວັນທີ 26 ເມສາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ເກືອບ 147,8 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດຫຼາຍກວ່າ 3,12 ລ້ານຄົນ. ປັດຈຸບັນ, ອາເມລິກາ ແມ່ນປະເທດທີ່ມີຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດສູງທີ່ສຸດໃນໂລກ.
ລະບົບສາທາລະນະສຸກຂອງ ອິນເດຍ ພວມຖືກຄວາມກົດດັນສູງທີ່ສຸດ (ພາບ: REUTERS)

 ຢູ່ ອິນເດຍ - ໃຈກາງຂອງໂລກລະບາດ, ວັນທີ 25 ເມສາ, ປະເທດນີ້ ຢັ້ງຢືນມີຜູ້ຕິດເຊື້ອລາຍໃໝ່ສູງສະຖິຕິ ໂດຍບໍ່ເຄີຍມີມາກ່ອນ, ດ້ວຍຫຼາຍກວ່າ 354.500 ຄົນ, ເຊິ່ງແມ່ນຕົວເລກສູງທີ່ສຸດໃນໂລກ. ນີ້ແມ່ນວັນທີ 4 ຢ່າງລຽນຕິດ ທີ່ ອິນເດຍ ຢັ້ງຢືນມີຈຳນວນຜູ້ຕິດເຊື້ອຫຼາຍຄືແນວນີ້. ລະບົບສາທາລະນະສຸກຂອງປະເທດນີ້ພວມຖືກຄວາມກົດດັນສູງທີ່ສຸດ. ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ຮຽກຮ້ອງໃຫ້ປະຊາຊົນທຸກຄົນໄປສັກວັກຊິນກັນພະຍາດໂຄວິດ - 19, ພ້ອມທັງປະຕິບັດບັນດາມາດຕະການຕ້ານການແຜ່ລະບາດຢ່າງເຂັ້ມງວດ.

        ຢູ່ອາຊີຕາເວັນອອກສ່ຽງໃຕ້ ກໍພວມປະເຊີນໜ້າກັບຄວາມສ່ຽງໂລກລະບາດແຜ່ລະບາດຢ່າງແຮງ ເມື່ອຈຳນວນຜູ້ຕິດເຊື້ອໃໝ່ ພວມເພີ່ມຂຶ້ນໃນແຕ່ລະວັນ. ຕອນບ່າຍວັນທີ 26 ເມສາ, ລາວ ຢັ້ງຢືນມີຜູ້ຕິດເຊື້ອລາຍໃໝ່ຕື່ມອີກ 113 ກໍລະນີ, ອັນໄດ້ຍົກຈໍານວນຜູ້ຕິດເຊື້ອທັງໝົດຢູ່ປະເທດນີ້ຂຶ້ນເປັນ 436 ກໍລະນີ. ສ່ວນຢູ່ ກຳປູເຈຍ, ຕອນບ່າຍວັນທີ 25 ເມສາ, ຈຳນວນຜູ້ຕິດເຊື້ອລາຍໃໝ່ຢູ່ປະເທດນີ້ ຍັງຄົງແມ່ນຢູ່ລະດັບ 3 ຕົວເລກ, ດ້ວຍ 616 ກໍລະນີ. 

(ແຫຼ່ງຄັດຈາກ VOV)


top