• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກ​ລະ​ບາດ​ໂຄວິດ - 19: ລັດ​ເຊຍ ​ມີ​ຜູ້​ຕິດ​ເຊື້ອ​ ແລະ ເສຍ​ຊີ​ວິດ​ໃໝ່ຫຼາ​ຍ​ທີ່​ສຸດ​ໃນ​ໂລກ

ອາເມລິກາ ຍັງແມ່ນປະເທດ ຖືກຜົນສະທ້ອນຢ່າງຮ້າຍແຮງທີ່ສຸດ ດ້ວຍຈຳນວນຜູ້ຕິດເຊື້ອ ແມ່ນ 47.888.451 ຄົນ, ໃນນັ້ນ ມີຜູ້ເສຍຊີວິດ 783.412 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊີນ.
ພາບປະກອບ: TTXVN

ຕາມເວບໄຊສະຖິຕິ worldometer.info ແລ້ວ, ນັບແຕ່ເວລາ 1 ໂມງເຊົ້າວັນທີ 14 ພະຈິກ ( ຕາມເວລາ UTC), ໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 253.652.283 ຄົນ, ໃນນັ້ນມີຜູ້ເສຍຊີວິດ 5.110.192  ຄົນ. ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ ແມ່ນ 422.735 ແລະ ຜູ້ເສຍຊີວິດແມ່ນ 5.929 ຄົນ. ໃນນັ້ນ, ລັດເຊຍ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ ແລະ ເສຍຊີວິດໃໝ່ສູງທີ່ສຸດໃນໂລກ,  ຕາມລຳດັບແມ່ນ 93.256 ຄົນ ແລະ 1.241 ຄົນ. ເຖິງຢ່າງໃດກໍ່ຕາມ, ອາເມລິກາ ຍັງແມ່ນປະເທດ ຖືກຜົນສະທ້ອນຢ່າງຮ້າຍແຮງທີ່ສຸດ ດ້ວຍຈຳນວນຜູ້ຕິດເຊື້ອ ແມ່ນ 47.888.451 ຄົນ, ໃນນັ້ນ ມີຜູ້ເສຍຊີວິດ 783.412 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊີນ.

ສ່ວນຢູ່ ຫວຽດນາມ ນັບແຕ່ເວລາ 16 ໂມງຂອງວັນທີ 13 ພະຈິກ ຫາເວລາ 16 ໂມງຂອງວັນທີ 14 ພະຈິກ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 8.176 ຄົນ, ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິໃໝ່ແມ່ນ 5.257 ຄົນ ແລະ ມີຜູ້ເສຍຊີວິດຕື່ມອີກ 64 ຄົນ.
(ແຫຼ່ງຄັດຈາກ VOV)
 

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top