• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກລະບາດ Covid-19: ພົນລະເມືອງ ຫວຽດນາມ ຢູ່ ອີຕາລີ ແລະ ຝຣັ່ງ ຍັງປອດໄພຢູ່

      ຕໍ່ໜ້າສະພາບການຜັນແປສັບສົນຂອງໂລກລະບາດ Covid-19 ຢູ່ບັນດາປະເທດ ອີຕາລີ, ຝຣັ່ງສະຖານທູດ ຫວຽດນາມ ຢູ່ບັນດາປະເທດດັ່ງກ່າວ ພວມຕິດຕາມສະພາບການຢ່າງໃກ້ຊິດ ແລະ ກະກຽມບັນດາວິທີການປົກປ້ອງພົນລະເມືອງໃນກໍລະນີຈຳເປັນ. 

ພາບປະກອບ/ Getty
      ທ່ານນາງ ຫງວຽນທິບິ໊ກເຫວ້, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ.ອີຕາລີ ໃຫ້ຮູ້ວ່າ: ປັດຈຸບັນ ຍັງບໍ່ທັນມີຂ່າວກ່ຽວກັບພົນລະເມືອງ ຫວຽດນາມ ຕິດເຊື້ອພະຍາດດັ່ງກ່າວເທື່ອ.
        “ຕໍ່ໜ້າສະພາບການພວມຜັນແປຢ່າງສັບສົນຂອງໂລກລະບາດໃນປັດຈຸບັນ, ສະຖານທູດໄດ້ເປັນເຈົ້າການ ປະຕິບັດບັນດາມາດຕະການປ້ອງກັນ, ເຝົ້າລະວັງ, ທີໜຶ່ງແມ່ນສ້າງໂທລະສັບສາຍດ່ວນ ເພື່ອໃຫ້ພົນລະເມືອງ ຫວຽດນາມ ສາມາດຕິດຕໍ່ກັບສະຖານທູດ ເມື່ອມີຄວາມຕ້ອງການໜູນຊ່ວຍ. ສະຖານທູດກໍ່ໄດ້ຈັດຕັ້ງກຸ່ມແກ້ໄຂວິກິດການດັ່ງກ່າວ, ລວມມີບັນດາພະນັກງານຮັບຜິດຊອບປະຊາຄົມ, ຮັບຜິດຊອບນັກສຶກສາ ຫວຽດນາມ ທີ່ຮຽນຢູ່ ອີຕາລີ.
       ທີ່ປະເທດ ຝຣັ່ງ, ວັນທີ 02 ມີນາ, ສະຖານທູດ ຫວຽດນາມ ປະຈຳ ຝຣັ່ງ ໄດ້ແຈ້ງໃຫ້ບັນດາອົງການຕາງໜ້າ ຫວຽດນາມ ປະຈຳ ຝຮັ່ງ ທັງໝົດ ກໍ່ຄືປະຊາຄົມຊາວ ຫວຽດນາມ, ນັກສຶກສາ ຫວຽດນາມ ທີ່ອາໄສຢູ່ ຝຣັ່ງ ຮັບຊາບກ່ຽວກັບສະພາບການຜັນແປຂອງໂລກລະບາດ, ກ່ຽວກັບຄຳກ່າວເຕືອນຂອງເຈົ້າໜ້າທີ່ ຝຣັ່ງ ກໍ່ຄືແນະນຳການປ້ອງກັນຕົນເອງ ເພື່ອຫຼີກລ້ຽງໂລກລະບາດ ແລະ ວິທີການຮັບມືໃນກໍລະນີຈຳເປັນ. ຕາມພາກສ່ວນກົງສູນຂອງສະຖານທູດ ຫວຽດນາມ ປະຈຳ ຝຣັ່ງ ແລ້ວ, ປັດຈຸບັນຍັງບໍ່ທັນກວດພົບກໍລະນີຊາວ ຫວຽດນາມ ຜູ້ໃດຕິດເຊື້ອພະຍາດເທື່ອ ໃນຈຳນວນເກືອບ 200 ກໍລະນີທີ່ຕິດໄວຣັດ SARA-CoV2 ຢູ່ ຝຣັ່ງ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top