• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກລະບາດໂຄວິດ - 19 ສືບຕໍ່ມີທ່າອ່ຽງຫຼຸດລົງໃນທົ່ວໂລກ

ໄລ່ສະເພາະແຕ່ວັນທີ 08 ພຶດສະພາ, ທົ່ວໂລກມີ 70 ປະເທດ ແລະ ເຂດແຄວ້ນຢັ້ງຢັນຈຳນວນຜູ້ຕິດເຊື້ອໃໝ່ ແລະ 34 ປະເທດ ຢັ້ງຢືນມີຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດດັ່ງກ່າວຫຼຸດລົງຢ່າງແຮງ ເມື່ອທຽບໃສ່ໄລຍະກ່ອນນີ້ 2 – 3 ອາທິດ ແລະ ສືບຕໍ່ມີທ່າອ່ຽງຫຼຸດລົງໃນຂອບເຂດທົ່ວໂລກ.
  ການສັກວັກຊິນກັນພະຍາດໂຄວິດ - 19 ຢູ່ ໂກລົມເບຍ (ພາບ: AFP/TTXVN)  

 ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 09 ພຶດສະພາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 517,2 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດກວ່າ 6,27 ລ້ານຄົນ. ໄລ່ສະເພາະແຕ່ວັນທີ 08 ພຶດສະພາ, ທົ່ວໂລກມີ 70 ປະເທດ ແລະ ເຂດແຄວ້ນຢັ້ງຢັນຈຳນວນຜູ້ຕິດເຊື້ອໃໝ່ ແລະ 34 ປະເທດ ຢັ້ງຢືນມີຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດດັ່ງກ່າວຫຼຸດລົງຢ່າງແຮງ ເມື່ອທຽບໃສ່ໄລຍະກ່ອນນີ້ 2 – 3 ອາທິດ ແລະ ສືບຕໍ່ມີທ່າອ່ຽງຫຼຸດລົງໃນຂອບເຂດທົ່ວໂລກ.

ປັດຈຸບັນ, ອາເມລິກາ ຍັງຄົງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດໃນໂລກ, ດ້ວຍຈຳນວນຜູ້ຕິດເຊື້ອກວ່າ 83,5 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ  1 ລ້ານຄົນ. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

ເອີຣົບ ແມ່ນພາກພື້ນຖືກຜົນສະທ້ອນຢ່າງຮ້າຍແຮງທີ່ສຸດດ້ວຍຈຳນວນຜູ້ຕິດເຊື້ອກວ່າ 192,9 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 1,8 ລ້ານຄົນ. ອາຊີ ຢືນອັນດັບທີ 2, ຖັດຈາກນັ້ນແມ່ນພາກພື້ນ ອາເມລິກາເໜືອ ແລະ ອາເມລິກາໃຕ້.

ສ່ວນຢູ່ ຫວຽດນາມ, ນັບແຕ່ເວລາ 16 ໂມງຂອງວັນທີ 08 ພຶດສະພາ ຫາເວລາ 16 ໂມງຂອງວັນທີ 09 ພຶດສະພາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ 2.175 ຄົນ, ໃນນັ້ນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິຕື່ມອີກ 1.574 ຄົນ, ມີຜູ້ເສຍຊີວິດ 1 ຄົນ.

 

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top