• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກຕີລາຄາສູງວຽກງານສະກັດກັ້ນ, ຕ້ານໂລກລະບາດ Covid-19 ຂອງ ຫວຽດນາມ

     ໂລກລະບາດ Covid-19 ພວມແຜ່ລະບາດໄປທົ່ວໂລກຢ່າງກ້ວາງຂວາງ. ໂດຍມີຈຸດເລີ່ມຕົ້ນຈາກປະເທດ ຈີນ ນັບແຕ່ເດືອນ ທັນວາ ປີ 2019, ມາຮອດປັກຈຸບັນ, ໂລກລະບາດໄດ້ແຜ່ລາມອອກສູ່ 77 ປະເທດ ແລະ ເຂດແຄ້ວນໃນໂລກ. 
            ເປັນປະເທດທີ່ມີຄວາມສ່ຽງຕິດແປດຢ່າງສູງ ຍ້ອນທີ່ຕັ້ງພູມສາດ, ນັບແຕ່ຂັ້ນທຳອິດ ຫວຽດນາມ ໄດ້ເປັນເຈົ້າການປ້ອງກັນ, ສະກັດກັ້ນ, ຕ້ານໂລກລະບາດດັ່ງກ່າວຢ່າງເຂັ້ມງວດ ເຊິ່ງໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ.
        ນັບແຕ່ເມື່ອມີຂ່າວໂລກພະຍາດ Covid-19 ລະບາດຢູ່ ອູ່ຫັ້ນ, ປະເທດ ຈີນ ນັ້ນ, ຫວຽດນາມ ໄດ້ສ້າງແຜນການ, ວິທີການຮັບມືຢ່າງຮີບດ່ວນ ເພື່ອສະກັດກັ້ນ, ຕ້ານໂລກລະບາດ Covid-19 ດ້ວຍຄວາມຕັດສິນໃຈຢ່າງສູງ, ປະຕິບັດບັນດາມາດຕະການຢ່າງຄົບຊຸດ, ເປີດເຜີຍ, ໂປ່ງໃສ.

ໂລກຕີລາຄາສູງວຽກງານສະກັດກັ້ນ,  ຕ້ານໂລກລະບາດ Covid-19 ຂອງ  ຫວຽດນາມ (ພາບປະກອບ/TTXVN)
      ທົ່ວລະບົບການເມືອງຕ້ານໂລກລະບາດຢ່າງສຸດຂີດ
       ຫວຽດນາມ ຍາມໃດກໍ່ກຳນົດການສະກັດກັ້ນ, ຕ້ານໂລກລະບາດ Covid-19 ແມ່ນວຽກງານທີ່ມີລັກສະນະທົ່ວໂລກ, ຫວຽດນາມ ປະຕິບັດເປັນຢ່າງດີແມ່ນການປະກອບສ່ວນກັບໂລກ. ສະນັ້ນ, ນັບແຕ່ຫົວທີ, ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມທາບທາມຄວາມເຫັນ, ປະກອບຄຳເຫັນຈາກອົງການອະນາໄມໂລກ (WHO) ແລະ ສູນຄວບຄຸມ ແລະ ສະກັັດກັ້ນໂລກລະບາດ ອາເມລິກາ (US CDC). ຕະຫລອດ 2 ເດືອນຜ່ານມາ, ຫວຽດນາມ ໄດ້ຜັນຂະຫຍາຍບັນດາມາດຕະການຢ່າງຂ້ຽວຂາດຄື: ກວດພົບບັນດາກໍລະນີທີ່ມີອາການຖືກສົງໄສຕິດເຊື້ອ Covid-19 ຢູ່ດ່ານຊາຍແດນໂດຍໄວເພື່ອປະຕິບັດການແຍກຕົວ, ຈັດຕັ້ງການແຈ້ງຂໍ້ມູນທາງການແພດສຳລັບຜູ້ທີ່ມາຈາກເຂດເກີດໂລກລະບາດ, ໂຈະການໝູນໃຊ້ນະໂຍບາຍຍົກເວັ້ນວີຊາຊົ່ວຄາວ ສຳລັບພົນລະເມືອງ ສ.ເກົາຫຼີ…ບັນດາມາດຕະການທັງໝົດເຫຼົ່ານີ້ຂອງ ຫວຽດນາມ ລ້ວນແຕ່ວາງໄວ້ຢູ່ລະດັບສູງກ່ວາຄຳກ່າວເຕືອນຂອງ WHO.
        ໂດຍຮັບຮູ້ບັນດາຄວາມມານະພະຍາຍາມ ແລະ ມາດຕະການຂອງ ຫວຽດນາມ, WHO ຢັ້ງຢືນວ່າ ຫວຽດນາມ ໄດ້ຮັບມືຢ່າງວ່ອງໄວ, ຂ້ຽວຂາດໃນການສະກັດກັ້ນ, ຕ້ານເຊື້ອ Covid-19, ແບ່ງປັນຂໍ້ມູນຂ່າວຢ່າງເປີດເຜີຍ, ພິເສດແມ່ນວຽກງານແຍກຕົວ, ແບ່ງເຂດ, ປິ່ນປົວ, ສົມທົບກັບບັນດາປະເທດໃນການປ້ອງກັນ, ຕ້ານເຊື້ອ Covid-19 ໃນທົ່ວໂລກເປັນຢ່າງດີ. ທ່ານ Kidong Park, ຫົວໜ້າຜູ້ຕາງໜ້າ WHO ປະຈຳ ຫວຽດນາມ ເນັ້ນໜັກວ່າ:
        “ພວກຂ້າພະເຈົ້າສະເໜີແນະໃຫ້ ຫວຽດນາມ ສືບຕໍ່ປະຕິບັດຂ້ຽວຂາດໃນການສະກັດກັ້ນໂລກລະບາດ Covid-19. ພວກເຮົາມີຄວາມເຊື້ອໝັ້ນ ຕໍ່ຄວາມສາມາດໃນການນຳພາດ້ວຍມາດຕະການ ເຊິ່ງ ຫວຽດນາມ ໄດ້ນຳໃຊ້, ພວກຂ້າພະເຈົ້າ ຈະສືບຕໍ່ຮ່ວມເດີນທາງໜູນຊ່ວຍຕາມຄວາມສາມາດທີ່ຈະເຮັດໄປໄດ້. ພ້ອມກັນນັ້ນ ພວກຂ້າພະເຈົ້າກໍ່ຕັກເຕືອນບັນດາປະເທດຕ່າງໆ ແລະ ຫວຽດນາມ ວ່າຈົ່ງພ້ອມກັນຮັບມື, ພະຍາຍາມສະກັດກັ້ນການແຜ່ລະບາດນັ້ນ ພວກເຮົາຕ້ອງມີຄວາມກຽມພ້ອມຢ່າງຕັ້ງໜ້າໃຫ້ແກ່ກໍລະນີໂລກລະບາດແຜ່ລາມອອກສູ່ວົງຄະນະຍາດຢ່າງກ້ວາງຂວາງ, ເພື່ອຫັນໄລຍະສະກັດກັ້ນໄປສູ່ໄລຍະຫລຸດຜ່ອນການກະທົບຂອງໂລກພະຍາດດັ່ງກ່າວໃຫ້ຢູ່ໃນລະດັບຕ່ຳສຸດ, ຄວນມີຍຸດທະສາດ, ຈາກແຫຼ່ງຊັບພະຍາກອນມະນຸດ.
        ດ້ວຍຈິດໃຈຍາມໃດກໍ່ພ້ອມແລ້ວທີ່ຈະຮັບມືກັບກໍລະນີຮ້າຍແຮງທີ່ສຸດ ແລະ ເພື່ອບໍ່ໃຫ້ກໍລະນີຮ້າຍແຮງທີ່ສຸດນັ້ນເກີດຂຶ້ນ, ຫວຽດນາມ ໄດ້ປຸກລະດົມທົ່ວລະບົບການເມືອງ ໃນການສະກັດກັ້ນ, ຕ້ານໂລກລະບາດ. ຫວຽດນາມ ໄດ້ປະຕິບັດການກວດພົບ, ແຍກຕົວ, ການປິ່ນປົວຕາມທິດນຳ “4 ຢູ່ກັບທີ່” ເພື່ອເປັນເຈົ້າການຮັບມືກັບໂລກພະຍາດ. ຈັດຕັ້ງການແຍກຕົວຕາມບັນດາຂອບອ້ອມຮອບຢ່າງແໜ້ນແຟ້ນ ນັບແຕ່ຮອບທາງໃນອອກສູ່ຮອບທາງນອກ ເພື່ອຫຼີກລ້ຽງການຕິດແປດ. ກ່ຽວກັບດ້ານວິຊາການ, ຫວຽດນາມ ໄດ້ສຸມໃສ່ຕິດຕາມກວດພົບບັນດາກໍລະນີຕິດເຊື້ອໂດຍໄວ ເພື່ອປິ່ນປົວຢູ່ກັບທີ່, ປະຕິບັດການຕິດຕາມ, ວິໄຈກັ່ນກອງ. ປັດຈຸບັນ, ຫວຽດນາມ ສາມາດປິ່ນປົວບັນດາກໍລະນີຕິດເຊື້ອ Covid-19 ໄດ້ສຳເລັດນັບທັງຢູ່ສາທາລະນະສຸກຂັ້ນເມືອງ. ທ່ານ ຫງວຽນແທ່ງລອງ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຢັ້ງຢືນວ່າ:
        “ວິທີປິ່ນປົວຂອງ ຫວຽດນາມ ໄດ້ອັບເດດ, ເພີ່ມເຕີມຢ່າງລຽນຕິດ ບົນພື້ນຖານຖອດຖອນບົດຮຽນຕົວຈິງຈາກການປິ່ນປົວ ແລະ ຕິດຕາມປະສົບການຂອງໂລກ. ຈຸດໃໝ່ໃນການປິ່ນປົວ ແມ່ນອະນຸຍາດໃຫ້ທົດລອງບັນດາຢາປົວພະຍາດຊະນິດໃໝ່ ເພື່ອມີວິທີການປິ່ນປົວແບບໃໝ່ ອາດຈະປິ່ນປົວໃນທັນທີ. ຫວຽດນາມ ໄດ້ ແລະ ພວມຊີ້ນຳບັນດາຫົວໜ່ວຍຄົ້ນຄວ້າ, ພັດທະນາຢາຊີວະພາບ ເພື່ອຮັບໃຊ້ໃຫ້ແກ່ການບົ່ງມະຕິພະຍາດ...
ຮ່ວມແຮງຮ່ວມໃຈພ້ອມກັບໂລກ
        ໄລ່ມາຮອດຈຸດເວລານີ້, ຫວຽດນາມ ມີພຽງແຕ່ 16 ກໍລະນີຕິດເຊື້ອ Covid-19 ເທົ່ານັ້ນ ແລະ ລ້ວນແຕ່ໄດ້ຮັບການປິ່ນປົວດີໝົດແລ້ວ. ໝາກຜົນດັ່ງກ່າວ ໄດ້ສະແດງໃຫ້ເຫັນບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການຮັບມືກັບໂລກພະຍາດ, ໄດ້ປະກອບສ່ວນເຂົ້າໃນພາລະກິດສະກັດກັ້ນໂລກລະບາດຂອງໂລກ. ອີງໃສ່ຈິດໃຈເປັນເຈົ້າການ, ຂ້ຽວຂາດ, ມີປະສິດທິຜົນ, “ຕ້ານໂລກລະບາດຄືຕ້ານສັດຕູ”, ທົ່ວລະບົບການເມືອງ ພາຍໃຕ້ການຊີ້ນຳນຳພາຂອງພັກ, ການບໍລິຫານຂອງລັດ, ວຽກງານປ້ອງກັນ, ຕ້ານໂລກລະບາດ Covid-19 ຢູ່ ຫວຽດນາມ ໃນເບື້ອງຕົ້ນບັນລຸໄດ້ໝາກຜົນເປັນໜ້າຊື່ນຊົມ. ສະນັ້ນ, ທີ່ການເຮັດວຽກກັບລັດຖະບານ ຫວຽດນາມ ຫວ່າງແລ້ວນີ້, ຜູ້ຕາງໜ້າອົງການ US CDC ໄດ້ສະແດງຄວາມປາດຖະໜາຢາກໃຫ້ ຫວຽດນາມ ສືບຕໍ່ແບ່ງປັນຂໍ້ມູນຂ່າວສານ, ບົດຮຽນໃນການປ້ອງກັນ, ຕ້ານໂລກລະບາດ Covid-19 ກັບປະຊາຄົມສາກົນ; ແບ່ງປັນຂໍ້ມູນກ່ຽວກັບແຜ່ນທີແຊນຂອງໄວຣັດກໍ່ໃຫ້ເກີດໂລກພະຍາດຢູ່ ຫວຽດນາມ, ພ້ອມທັງຢັ້ງຢືນວ່າ ຈະສືບຕໍ່ຮ່ວມງານກັບບັນດາອົງການທີ່ກ່ຽວຂ້ອງຂອງ ຫວຽດນາມ ຢ່າງແໜ້ນແຟ້ນໃນການຮັບມືກັບໂລກລະບາດ.
        ປັດຈຸບັນ, ສະພາບການໂລກລະບາດ Covid-19 ໄດ້ແຜ່ລາມອອກສູ່ 77 ປະເທດ ແລະ ເຂດແຄ້ວນຢ່າງກ້ວາງຂວາງ, ໄດ້ຮັບການຕີລາຄາຢູ່ໃນລະດັບສູງສຸດຈາກ WHO. ດ້ວຍຈິດໃຈຍາມໃດກໍ່ຢຶດໝັ້ນຕໍ່ທັດສະນະພ້ອມແລ້ວທີ່ຈະເສຍຜົນປະໂຫຍດດ້ານເສດຖະກິດ ເພື່ອຮັກສາຄວາມປອດໄພດ້ານສຸຂະພາບໃຫ້ແກ່ປະຊາຊົນ ແລະ ແຂກທ່ອງທ່ຽວມາ ຫວຽດນາມ, ຫວຽດນາມ ບໍ່ໄດ້ປະໝາດ, ຈະສືບຕໍ່ປະຕິບັດໜ້າທີ່ປ້ອງກັນ, ຕ້ານໂລກລະບາດທີ່ໄດ້ວາງອອກຢ່າງເຂັ່ງຄັດ, ຮ່ວມແຮງຮ່ວມໃຈພ້ອມກັບປະຊາຄົມສາກົນເພື່ອຄວບຄຸມໂລກລະບາດ Covid-19 ດັ່ງກ່າວ./.
 (ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top