• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂມງໜ່ວຍໂລກປີ 2020 - ຈຸດເວລາແຫ່ງຄວາມສາມັກຄີທົ່ວໂລກໃນສະພາບເກີດມະຫາໂລກລະບາດ

      ໂດຍຖືກດໍາເນີນໃນສະພາບໂລກລະບາດໂຄວິດ - 19 ພວມແຜ່ລະບາດໃນທົ່ວໂລກ, ໂມງໜ່ວຍໂລກປີນີ້ ເປັນຂີດໝາຍຈຸດເວລາແຫ່ງຄວາມສາມັກຄີທົ່ວໂລກ, ຂະນະທີ່ມີຫຼາຍກວ່າ 180 ປະເທດ ແລະ ເຂດແຄວ້ນ ພ້ອມກັນຈັດຕັ້ງບັນດາເຫດການທາງອອນລາຍ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ຜູ້ເຂົ້າຮ່ວມ ແລະ ສະແດງໃຫ້ເຫັນນໍ້າໃຈສາມັກຄີກັບບັນດາຄົນເຈັບຕິດໂຄວິດ - 19 ກໍຄື ຖັນແຖວພາລະກອນການແພດພວມເຮັດວຽກຕະຫຼອດວັນ ແລະ ຄືນ ເພື່ອກອບກູ້ເອົາຊີວິດມະນຸດ.

ອາສາສະໝັກຜູ້ໜຶ່ງໄຕ້ທຽນ ຢູ່ນະຄອນ Borongan, ຟີລິບປິນ ເພື່ອຕອບສະໜອງເຫດການ  ໂມງໜ່ວຍໂລກປີ 2020
ໃນຈຸດເວລາແຫ່ງຄວາມສາມັກຄີທົ່ວໂລກໃນສະພາບເກີດມະຫາໂລກລະບາດ. ພາບ: AFP/VNA
        ໂດຍແຕກຕ່າງກັບທຸກໆປີ, ໂມງໜ່ວຍໂລກປີ 2020 ໄດ້ຫັນຈາກຈຸດໃຈກາງ “ປ່ຽນແປງດິນຟ້າອາກາດ” ມາສູ່ “ສູນເສຍຊີວະນາໆພັນ”. ຜ່ານນັ້ນໄດ້ຮຽກຮ້ອງບັນດາລັດຖະບານ , ວິສາຫະກິດ, ສ່ວນບຸກຄົນ ຈົ່ງມີການກະທໍາ ເພື່ອແກ້ໄຂຜົນກະທົບທີ່ບໍ່ດີສໍາລັບຊີວະນາໆພັນ.
        ຢູ່ຫວຽດນາມ, ຕອນຄໍ່າວັນທີ 28 ມີນາ, ຢູ່ຫຼາຍທ້ອງຖິ່ນ ໄດ້ຕັ້ງໜ້າຕອບສະໜອງບັ້ນເຄື່ອນໄຫວ ຊົ່ວໂມງໜ່ວຍໂລກ. ຢູ່ນະຄອນໂຮ່ຈີມິນ, ບັນດາສະຖານທີ່ຄື ສໍານັກງານ, ຄະນະກໍາມະການປະຊາຊົນນະຄອນ, ໂຮງແຮມຫຼາຍແຫ່ງ ແລະ ອາຄານໃຫຍ່ຫຼາຍຊັ້ນ ກໍໄດ້ມອດໄຟເພື່ອຕອບສະໜອງ. ສ່ວນຢູ່ແຂວງກອນຕຸມ, ແຕ່ເວລາ 20ໂມງ 30 ນາທີ ຫາ 21 ໂມງ 30 ນາທີ, ລະບົບໄຟເຍືອງທາງຢູ່ທຸກໆບ່ອນກໍໄດ້ມອດ ເພື່ອຕອບສະໜອງເຫດການນີ້. ທ່ານໂດ໋ວັນຢາບ, ຮອງຜູ້ອໍານວຍການບໍລິສັດໄຟຟ້າ ກອນຕຸມ ໃຫ້ຮູ້ວ່່າ:
        ດ້ວຍການຜັນແປທີ່ສັບສົນຂອງໂຄວິດ - 19, ດ້ວຍຈິດໃຈເພື່ອສຸຂະພາບຂອງວົງຄະນະຍາດ, ທາງບໍລິສັດໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວໂຄສະນາສື່ສານດ້ວຍຮູບການທາງອອນລາຍ, ໂທລະພາບ, ສື່ສັງຄົມ... ພິເສດ, ບໍ່ຈັດຕັ້ງເຫດການທີ່ເຕົ້າໂຮມຫຼາຍຄົນ”. 
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ 2 ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ 2 ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ

ຕອນ​ເຊົ້າ​ວັນ​ທີ 4 ເມ​ສາ ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ ຟ້າມ​ມິງ​ຈິງ ນາ​ຍົກ​ລັດ​ຖະ​ມົນຕີ ຫວຽດ​ນາມ ໄດ້​ເປັນ​ປະ​ທານກອງປະຊຸມ​ທາງ​ໄກຂອງ​ລັດ​ຖະ​ບານ​ກັບ​ທ້ອງ​ຖິ່ນ. ກອງ​ປະ​ຊຸມ​ເພື່ອ​ແນ​ໃສ່​ຕີ​ລາ​ຄາ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ໄຕ​ມາດ I/2026, ວາງ​ອອກ​ບັນ​ດາ​ໜ້າ​ທີ່, ມາດ​ຕະ​ການ​ຈຸດ​ສຸມ​ໃຫ້​ແກ່​ໄຕ​ມາດ​ທີ II ແລະ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ກ່າວ​ຄຳ​ເຫັນ​ທີ່ກອ​ງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ວ່າ​ ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ​ສອງ​ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ, ຄວນ​ມີ​ມາດ​ຕະ​ການ​ເພື່ອ​ຊຸກ​ຍູ້​ບັນ​ດາ​ກຳ​ລັງ​ໜູນການ​ເຕີບ​ໂຕ, ເປັນ​ຕົ້ນ​ແມ່ນ​ການ​ບໍ​ລິ​ໂພກ, ການ​ສົ່ງ​ອອກ; ບັນ​ດາ​ມາດ​ຕະ​ການ​ເພື່ອ​ໃຫ້​ການ​ເຕີບ​ໂຕ​ຢູ່​ລະ​ດັບ​ສູງ, ທັງ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກໃຫ້​ເປັນ​ປົກ​ກະ​ຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັບ​ປະ​ກັນ​ບັນ​ດາຄວາມ​ດຸ່ນ​ດ່ຽງ​ໃຫຍ່​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ; ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ​ໃນ​ສະ​ເພາະ​ໜ້າ ແລະ ຍາວ​ນານ… ຢູ່ກອງ​ປະ​ຊຸມ​ບັນ​ດາ​ຜູ້​ແທນ​ໄດ້ຮັບ​ຟັງ​ບົດ​ລາຍ​ງາ​ນ​ກ່ຽວ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດ - ສັງ​ຄົມ​ເດືອນ​ມີ​ນາ ແລະ ໄຕ​ມາດ​ທີ I ປີ 2026, ສ​ະ​ພາບ​ການ​ຈັດແບ່ງ

Top