ຕອນຄ່ຳວັນທີ 11 ກໍລະກົດ, ວັນບຸນຍິງບັ້ງໄຟດອກສາກົນ ດ່ານັ້ງ 2026 (DIFF 2026) ໂດຍນະຄອນດ່ານັ້ງ ປະສານສົມທົບກັບກຸ່ມບໍລິສັດ Sun Group ຈັດຂຶ້ນ ໄດ້ດຳເນີນຄ່ຳຄືນຮອບຊີງຊະນະເລີດດ້ວຍຫົວຂໍ້ “ຂອບຟ້າແຫ່ງການເຊື່ອມໂຍງ”. ຄຳຄືນຮອບຊີງຊະນະເລີດແມ່ນລາຍການແຂ່ງຂັນສຸດຍ້ອນລະຫວ່າງສອງທິມຍິງບັ້ງໄຟດອກ Jiangxi Yangfeng Art Display Co., Ltd (ຈີນ) ແລະ Macedos Pirotecnia (ໂປໂຕເກດ). ລາຍການສະແດງປະສົມປະສານຢ່າງກົມກຽວລະຫວ່າງດົນຕີ ແລະ ແສງສີຂອງທິມໂປໂຕເກດໄດ້ນຳຜູ້ຊົມຜ່ານຫຼາຍຄວາມຮູ້ສຶກ ແຕ່ຮູ້ສຶກລົງລຶກໃນໃຈ ຈົນຮອດຄວາມຮູ້ສຶກປະທັບໃຈ. ສິ້ນສຸດຄ່ຳຄືນຊີງຊະນະເລີດ, ຄະນະຈັດຕັ້ງໄດ້ປະກາດທິມໂປໂຕເກດຊະນະເລີດການແຂ່ງຂັນ DIFF 2026.






