• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຜ່​ກະ​ຈາຍ​ວັດ​ທະ​ນະ​ທຳ​ມູນ​ເຊື້ອ​ອັນ​ດີ​ງາມ​ຂອງ ຫວຽນ​ດາມ ຢູ່ ລາວ

ວັດເຟີດຕິກ ແມ່ນຊາຍຄາ ດ້ານຈິດວິນຍານຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ, ແມ່ນສັນຍາລັກຂອງການສະໜິດຕິດພັນ, ຄວາມກົມກຽວລະຫວ່າງ ສາສະໜາພຸດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ.
  ພິທີມອບຂອງຂວັນທຳການກຸສົນໃຫ້ຄົນພິການ, ຜູ້ປະສົບກັບຄວາມຫຍຸ້ງຍາກ ພວມດຳລົງຊີວິດຢູ່ນະຄອນຫຼວງ ວຽງຈັນ (ພາບ: VOV)  
ວັນທີ 19 ກຸມພາ, ຢູ່ວັດເຟິກຕິກ ນະຄອນຫຼວງວຽງຈັນ, ລາວ ໄດ້ດຳເນີນພິທີມອບຂອງຂວັນທຳການກຸສົນໃຫ້ຄົນພິການ, ຜູ້ປະສົບກັບຄວາມຫຍຸ້ງຍາກ ພວມດຳລົງຊີວິດຢູ່ນະຄອນຫຼວງ ວຽງຈັນ. ເຂົ້າຮ່ວມພິທີ, ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ເນັ້ນໜັກວ່າ ວັດເຟີດຕິກ ແມ່ນຊາຍຄາ ດ້ານຈິດວິນຍານຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ, ແມ່ນສັນຍາລັກຂອງການສະໜິດຕິດພັນ, ຄວາມກົມກຽວລະຫວ່າງ ສາສະໜາພຸດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ. ພ້ອມທັງຢັ້ງຢືນວ່າ ສະຖານທູດ ຫວຽດນາມ ປະຈຳ ລາວ ຍາມໃດກໍ່ເບິ່ງແຍງດູແລ, ປົກປ້ອງສິດຜົນປະໂຫຍດອັນຊອບທຳ ຂອງປະຊາຄົມຊາວຫວຽດນາມພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ ລາວ.

(ແຫຼ່ງຄັດຈາກ VOV)

ສານອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ສະເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ​ຄົບ​ຮອບ 51 ປີ

ສານອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ສະເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ​ຄົບ​ຮອບ 51 ປີ

ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດເປັນ​ເອ​ກະ​ພາບຄົບ​ຮອບ 51 ປີ (ວັນ​ທີ 30 ເມ​ສາ 1975 – 30 ເມ​ສາ 2026), ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ ໄດ້​ສົ່ງ​ສານ​ອວຍ​ພອນ​ມາ​ຍັງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ.

Top