ເມື່ອເວົ້າເຖິງ ລຸງ ຟ້າມວັນຢ້ຽມ ຢູ່ ຕາແສງ ງອກໂຮ່ຍ ເມືອງ ແທງຈີ່ ຮ່າໂນ້ຍ, ປະຊາຊົນທຸກຄົນໃນຕາແສງ ລ້ວນແຕ່ຮູ້ຈັກເຖິງລຸງແມ່ນແບບຢ່າງດີເດັ່ນໃນຂະບວນການແຂ່ງຂັນຮັກຊາດ, ພັດທະນາເສດຖະກິດ, ເຂົ້າຮ່ວມການເຄື່ອນໄຫວສັງຄົມ. ໃນຊຸມປີຜ່ານມາ, ລຸງ ຢ້ຽມ ຍາມໃດກໍ່ໂຄສະນາ, ຂົນຂວາຍໃຫ້ຊາວຄຼິດ ປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະລັດ, ຂອງທ້ອງຖິ່ນ, ເສີມຂະຫຍາຍບົດບາດເປັນຂົວຕໍ່ລະຫວ່າງຊາວຄຼິດ ກັບບັນດາຄະນະ, ຂະແຫນງການ, ໝູ່ຄະນະ, ຄວາມສາມັກຄີລະຫວ່າງຊາວຄຼິດ ກັບຊາວກິງ. ລຸງກໍ່ໄດ້ເຂົ້າຮ່ວມຢ່າງຕັ້ງຫນ້າໃນການເຄື່ອນໄຫວວຽກງານການກຸສົນ, ຊ່ວຍພໍ່ແມ່ປະຊາຊົນຢູ່ທ້ອງຖິ່ນ ພັດທະນາເສດຖະກິດ.
“ເມື່ອຄະນະກຳມະການສາມັກຄີ ຊາວຄຼິດ ຢູ່ ນະຄອນ ປຸກລະດົມການສະຫນັບສະຫນູນກອງທຶນເພື່ອຜູ້ທຸກຍາກ ຫລື ປະຊາຊົນທີ່ຖືກຜົນສະທ້ອນຈາກໄພທຳມະຊາດ, ຄອບຄົວຂ້າພະເຈົ້າລ້ວນຍັງສ້າງກອງທຶນເພື່ອຄົນທຸກຍາກໃນທຸກປີເພື່ອແບ່ງປັນຄວາມຫຍຸ້ງຍາກກັບຜູ້ທຸກຍາກ”.
ຢູ່ ບ້ານ ເຕີນເຊີນ, ຕາແສງ ຫວ້ານທັງ ເມືອງນົງກົງ ແຂວງແທງຮ່ວາ, ລຸງ ຫງວຽນວັນຫວນ, ຫົວຫນ້າກຸ່ມ ຊາວຄຼິດ ເຕີນດ້າວ ແມ່ນແບບຢ່າງດີເດັ່ນ “ຢູ່ໃນສິນກິນໃນທຳ” ຂອງທ້ອງຖິ່ນ. ພ້ອມກັບເລື່ອງ ຍາມໃດກໍ່ປະຕິບັດທຸກແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍກົດໝາຍຂອງລັດ, ລຸງ ຫງວຽນວັນຫວນ ຍາມໃດກໍ່ເສີມຂະຫຍາຍບົດບາດສາມັກຄີໃນທົ່ວປວງຊົນ, ຮັກສາຄວາມໝັ້ນຄົງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ ຄຸ້ມ, ບ້ານ, ນຳຫນ້າໃນຂະບວນການພັດທະນາເສດຖະກິດສັງຄົມ ແລະ ເຂົ້າຮ່ວມການເຄື່ອນໄຫວຢູ່ທ້ອງຖິ່ນ. ລຸງ ຫງວຽນວັນຫວນ ແບ່ງປັນວ່າ:
“ເພື່ອປະຕິບັດບົດບາດຂອງ ຊາວຄຼິດຄົນຫນຶ່ງໃຫ້ເປັນຢ່າງດີ ຂ້າພະເຈົ້າຕ້ອງແມ່ນຄົນດີສາກອ່ນ. ຕົນເອງເປັນແບບຢ່າງດີເດັ່ນ ເວລານັ້ນ ພໍ່ແມ່ປະຊາຊົນຈຶ່ງຈະປະຕິບັດຕາມ”.
ກໍ່ຄ້າຍຄືກັນກັບ ລຸງ ຫງວຽນວັນຫວນ, ທ່ານ ຫງວຽນຮົ່ວເຟືອກ, ປະທານ ສະພາຊາວຄຼິດ ເຂດ ອຽນແຄງ ເມືອງ ອຽນດິ້ງ ແຂວງ ແທງຮ່ວາ ແມ່ນຫນຶ່ງໃນບັນດາບຸກຄົນດີເດັ່ນທີ່ຕັ້ງຫນ້າພ້ອມກັບອຳນາດການປົກຄອງທ້ອງຖິ່ນ, ຄຸນພໍ່ ແລະ ຫົວຫນ້າກຸ່ມ ຊາວຄຼິດ ເຂົ້າຮ່ວມການຂົນຂວາຍພໍ່ແມ່ປະຊາຊົນ ຊາວຄຼິດ ໂດຍແມ່ນຊາວປະມົງທີ່ດຳລົງຊີວິດລຽມຕາມແມ່ນ້ຳ ມ້າ ຂຶ້ນມາປຸກສ້າງເຮືອນຢູ່ເຂດດິນ ເພື່ອນຳມາເຊິ່ງຊີວິດທີ່ເປັນປົກກະຕິ. ທ່ານ ຫງວຽນຮົ່ງເຟືອກ ໃຫ້ຮູ້ວ່າ:
“ຂ້າພະເຈົ້າໄດ້ປຶກສາຫາລືກັບ ຄຸນພໍ່ ແລະ ບັນດາຜູ້ມີຍົດສັກຕຳແຫນ່ງໃນເຂດຊາວຄຼິດ ປະຕິບັດຂັ້ນຕອນເພື່ອສະເຫນີອຳນາດການປົກຄອງ ເມືອງ ອຽນດິ້ງ ມອບດິນ 179 ຕອນໃຫ້ພໍ່ແມ່ປະຊາຊົນ ຊາວຄຼິດ. ມາຮອດປະຈຸບັນ ໄດ້ປຸກສ້າງສຳເລັດເຮືອນຢູ່ກວ່າ 130 ຫລັງແລ້ວ. ສ່ວນຍັງເຫລືອ ພວກຂ້າພະເຈົ້າພວມມານະພະຍາຍາມປະຕິບັດສຳເລັດໂດຍໄວເພື່ອໃຫ້ພໍ່ແມ່ປະຊາຊົນຂຶ້ນດຳລົງຊີວິດຢູ່ຫນ້າດິນ, ສ້າງຊີວິດການເປັນຢູ່ທີ່ເປັນປົກກະຕິ”.