• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຜ່ຂະຫຍາຍຮູບແບບ “ໂຮງຮຽນຜາສຸກ” ຢູ່ ອຽນບາຍ

      ໂດຍໄດ້ແຮງບັນດານໃຈມາຈາກຮູບແບບ “Happy School”ຂອງ UNESCO, ຮູບແບບ “ໂຮງຮຽນຜາສຸກ” ເລີ່ມຜັນຂະຫຍາຍທົດລອງໃນປີ 2018 ແລະ ປະຈຸບັນໄດ້ທະວີຄູນໃນທົ່ວປະເທດ. ຢູ່ ແຂວງ ອຽນບາຍ, ເລື່ອງກໍ່ສ້າງ “ໂຮງຮຽນຜາສຸກ” ໄດ້ຮັບການປະຕິບັດຢ່າງຄົບຊຸດ ເພື່ອໃຫ້ແຕ່ລະມື້ທີ່ມາໂຮງຮຽນໃຫ້ເປັນມື້ທີ່ມີຄວາມສຸກຂອງພວກນ້ອງນັກຮຽນ.
ການເຄື່ອນໄຫວນອກຊົ່ວໂມງຮຽນ ຂອງນັກຮຽນຢູ່ ໂຮງຮຽນມັດທະຍົມກິນນອນຊົນເຜົ່າ ເມືອງ ລູກອຽນ ແຂວງ ອຽນບາຍ. (ພາບ:yenbai.gov.vn)
      ມາດຖານຫລັກເພື່ອສ້າງ “ໂຮງຮຽນຜາສຸກ”ຊື່ງຂະແຫນງການສຶກສາມຸ່ງໄປເຖິງ ນັ້ນແມ່ນ: ຄວາມຮັກແພງ, ຄວາມປອດໄພ ແລະ ເຄົາລົບ.
ເລື່ອງກໍ່ສ້າງ“ໂຮງຮຽນຜາສຸກ” ແມ່ນໄດ້ເລີ່ມມາຈາກວຽກທີ່ງ່າຍດາຍ, ໃກ້ຊິດທີ່ສຸດ ນັ້ນແມ່ນ ນັກຮຽນແຕ່ລະຄົນເມື່ອມາໂຮງຮຽນລ້ວນແຕ່ໄດ້ຮັບຄວາມອົບອຸ່ນ, ຮັກແພງຈາກຄູອາຈານ ແລະ ໝູ່ເພື່ອນ.
           “ສຳລັບພວກນ້ອງແລ້ວ ແຕ່ລະມື້ລ້ວນແຕ່ແມ່ນຄວາມມ່ວນຊື່ນ ຍ້ອນວ່າ ພວກນ້ອງໄດ້ດຳລົງຊີວິດ, ຮ່ຳຮຽນໃນສະພາບແວດລ້ອມທີ່ເຕັມໄປດ້ວຍຄວາມຮັກແພງ, ປົກປ້ອງ ແລະ ເຄົາລົບ. ພວກນ້ອງຍາມໃດກໍ່ໄດ້ຮັບການປົກປ້ອງອອກຈາກການໃຊ້ຄວາມຮຸນແຮງໃນໂຮງຮຽນ, ນອກນັ້ນ ຍັງໄດ້ເຂົ້າຮ່ວມການເຄື່ອນໄຫວທີ່ເປັນປະໂຫຍດແລະ ມີຄວາມເບີກບານມ່ວນຊື່ນອີກດ້ວຍ.
ແຕ່ລະມື້ເມື່ອມາໂຮງຮຽນ ຫລານຮູ້ສຶກດີໃຈຫລາຍ. ຢູ່ທີ່ນີ້ ບັນດາຄູອາຈານ ລ້ວນແຕ່ໃກ້ຊິດສະຫນິດສະຫນົນ ແລະ ເອົາໃຈໃສ່ນັກຮຽນ. ໝູ່ເພື່ອນມີຄວາມສາມັກຄີ ເມື່ອມາໂຮງຮຽນ ລ້ວນແຕ່ໄດ້ເຂົ້າຮ່ວມທຸກການເຄື່ອນໄຫວນອກຫລັກສູດທີ່ເປັນປະໂຫຍດ ແລະ ໄດ້ຮັບຄວາມຮູ້ດ້ານສຸກຂະພາບອີກ”
        ກໍ່ສ້າງ“ໂຮງຮຽນຜາສຸກ” ແມ່ນເຮັດໃຫ້ໂຮງຮຽນຫລາຍແຫ່ງຢູ່ ແຂວງ ອຽນບາຍ ມີການປ່ຽນແປງຢ່າງເຫັນໄດ້ຊັດ. ພື້ນຖານດ້ານວັດຖຸໄດ້ຮັບຄວາມເອົາໃຈໃສ່ລົງທຶນກໍ່ສ້າງ, ທິວທັດ ສະພາບແວດລ້ອມຂຽວ ສະອາດ ງາມຕາ, ທັນສະໄຫມ ປອດໄພ ມີໄມຕີຈິດມິດຕະພາບ. ບັນດາຄູອາຈານ ຕັ້ງຫນ້າປ່ຽນໃຫມ່ວິທີການສິດສອນ, ເອົາໃຈໃສ່ເຖິງການຕີລາຄາເພື່ອຄວາມກ້າວຫນ້າຂອງນັກຮຽນ, ການເຄື່ອນໄຫວນອກຫລັກສູດກໍ່ໄດ້ປ່ຽນໃຫມ່, ປະກອບສ່ວນສ້າງຊົ່ວໂມງຮຽນໃຫ້ມີຄວາມສຸກ, ຫ້ອງຮຽນຜາສຸກ. ແມ່ຂອງນັກຮຽນຜູ້ຫນຶ່ງໄດ້ແບ່ງປັນວ່າ:
ລູກຂອງພວກຂ້າພະເຈົ້າເມື່ອມາໂຮງຮຽນ ລ້ວນແຕ່ມີຊົ່ວໂມງຮຽນທີ່ເປັນປະໂຫຍດ ແລະ ໄດ້ເຂົ້າຮ່ວມການເຄື່ອນໄຫວຕ່າງໆທີ່ມ່ວນຊື່ນ ພວກຂ້າພະເຈົ້າມີຄວາມອຸ່ນອ່ຽນໃຈຫລາຍ ແລະ ດີໃຈຢາກຝາກຝັງພວກລູກນຳໂຮງຮຽນ. ພວກຂ້າພະເຈົ້າຈະຮ່ວມເດີນທາງພ້ອມກັບໂຮງຮຽນ ເພື່ອກໍ່ສ້າງສະພາບແວດລ້ອມຮ່ຳຮຽນໃຫ້ນັບມື້ນັບດີກວ່າ ແລະ ມີຄວາມສຸກກວ່າ”
ສິ້ນສຸດສົກຮຽນປີ 2020 – 2021 ທົ່ວແຂວງ ອຽນບາຍ ໄດ້ມີ 136/452 ໂຮງຮຽນອະນຸບານ, ປະຖົມ, ມັດທະຍົມຕອນຕົ້ນ ຕອນປາຍ ໄດ້ສ້າງຮູບແບບ “ໂຮງຮຽນຜາສຸກ”. ຮູບແບບນີ້ ບໍ່ແມ່ນຄຳນິຍາມ ຫລື ໂຮງຮຽນແຫ່ງຄວາມຝັນອີກແລ້ວ ແຕ່ມັນແມ່ນໂຮງຮຽນທີ່ມີຄວາມສຸກຢ່າງແທ້ຈິງ. ທ່ານ ເວືອງວັນບັ່ງ, ຫົວຫນ້າພະແນກສຶກສາ- ບຳລຸງສ້າງແຂວງ ອຽນ ບາຍ ໃຫ້ຮູ້ວ່າ:                       
ໄລຍະຈະມາເຖິງ, ຂະແຫນງສຶກສາ ຈະສືບຕໍ່ຜັນຂະຫຍາຍການກໍ່ສ້າງໂຮງຮຽນຜາສຸກ. ໂດຍປະຕິບັດຂະບວນການແຂ່ງຂັນ ຄູອາຈານມີການປ່ຽນແປງ -  ໂຮງຮຽນຜາສຸກ ແລະ ພວກນ້ອງນັກຮຽນມາໂຮງຮຽນມື້ໃດກໍ່ມີຄວາມສຸກ”
        ຄວາມຜາສຸກ ແລະ ຄຸນນະພາບການສິດສອນ ໄດ້ກຳນົດວ່າ ແມ່ນ 2 ດັດຊະນີສຳຄັນທີ່ສຸດໃນການສຶກສາຂອງໂຮງຮຽນແຕ່ລະແຫ່ງໃນປະຈຸບັນ. ເລື່ອງກໍ່ສ້າງ “ໂຮງຮຽນຜາສຸກ” ແມ່ນຄວາມຕັດສິນໃຈເດັດຂາດ ຂອງຂະແຫນງສຶກສາ ບຳລຸງສ້າງເວົ້າລວມ ແລະ ແຂວງ ອຽນບາຍ ເວົ້າສະເພາະ, ສົ່ງສັນຍານຕັ້ງຫນ້າ, ສະແດງໃຫ້ເຫັນຄວາມມານະພະຍາຍາມປ່ຽນໃຫມ່ ເພື່ອແນໃສ່ຕອບສະຫນອງຄວາມຮຽກຮ້ອງຕ້ອງການຍົກສູງຄຸນນະພາບການສຶກສາກໍຄືຫັນຄວາມຄາດຫວັງຢາກກໍ່ສ້າງມະນຸດ ໃຫ້ມີ “ໄມຕີຈິດມິດຕະພາບ, ມີຄວາມເມດຕາປານີ, ມີຄວາມສາມັກຄີ, ປະດິດຄິດສ້າງ ແລະ ເຊື່ອມຕົວ”.
(ແຫຼ່ງຄັດຈາກ VOV)

ຫວຽດນາມ ຄັດຄ້ານ ໄຕ້ຫວັນ (ປະເທດຈີນ) ຊ້ອມຮົບຍິງລູກປືນແທ້ຢູ່ເຂດທະເລອ້ອມແອ້ມເກາະ ບາບິ່ງ

ຫວຽດນາມ ຄັດຄ້ານ ໄຕ້ຫວັນ (ປະເທດຈີນ) ຊ້ອມຮົບຍິງລູກປືນແທ້ຢູ່ເຂດທະເລອ້ອມແອ້ມເກາະ ບາບິ່ງ

ຫວຽດນາມ ໄດ້ຢັ້ງຢືນປັນຫຼາຍຄັ້ງຕໍ່ເລື່ອງ ໄຕ້ຫວັນ ຈັດການຊ້ອມຮົບຍິງລູກປືນແທ້ຢູ່ເຂດທະເລອ້ອມແອ້ມເກາະ ບາບິ່ງ ຂຶ້ນກັບໝູ່ເກາະ ເຈື່ອງຊາ ຂອງ ຫວຽດນາມ ແມ່ນການກະທຳ ...

Top