• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຜ່ຂະຫຍາຍຄຸນຄ່າອັນດີງາມເຖິງປະຊາຊົນສອງປະເທດ ຫວຽດນາມ - ລາວ

ເຂົ້າຮ່ວມລາຍການມີຜູ້ຕາງໜ້າສະຖານທູດ ຫວຽດນາມ ປະຈຳ ລາວ, ຜູ້ຕາງໜ້າບັນດາອົງການອ້ອມຂ້າງສະຖານທູດ, ພ້ອມກັບປະຊາຊົນ ຫວຽດນາມ ແລະ ປະຊາຊົນລາວ ທີ່ພວມດຳລົງຊີວິດຢູ່ນະຄອນຫຼວງ ວຽງຈັນ ເປັນຈຳນວນຫຼວງຫຼາຍ.
ການສະແດງຂອງໂຮງລະຄອນ ຫວຽດນາມ

ເພື່ອຍ້ອງຍໍຊົມເຊີຍປະທານໂຮ່ຈີມິນ ແລະ ນ້ຳໃຈມິດຕະພາບ ຫວຽດນາມ -ລາວ, ຕອນບ່າຍວັນທີ 29 ຕຸລາ, ຢູ່ນະຄອນຫຼວງ ວຽງຈັນ, ສູນວັດທະນະທຳ ຫວຽດນາມ ປະຈຳ ລາວ ໄດ້ສົມທົບກັບໂຮງລະຄອນ ຫວຽດນາມ ຈັດລາຍການພົບປະແລກປ່ຽນສະແດງສິລະປະເພື່ອເພີ່ມພູນຄູນສ້າງສາຍພົວພັນພິເສດ ຫວຽດນາມ - ລາວ. ເຂົ້າຮ່ວມລາຍການມີຜູ້ຕາງໜ້າສະຖານທູດ ຫວຽດນາມ ປະຈຳ ລາວ, ຜູ້ຕາງໜ້າບັນດາອົງການອ້ອມຂ້າງສະຖານທູດ, ພ້ອມກັບປະຊາຊົນ ຫວຽດນາມ ແລະ ປະຊາຊົນລາວ ທີ່ພວມດຳລົງຊີວິດຢູ່ນະຄອນຫຼວງ ວຽງຈັນ ເປັນຈຳນວນຫຼວງຫຼາຍ.

ທີ່ການພົບປະ, ບັນດານັກສິລະປິນຂອງໂຄງລະຄອນ ຫວຽດນາມ ແລະ ບັນດານັກສິລະປິນຂອງ ວິທະຍາໄລ ສິລະປະແຫ່ງຊາດລາວ ໄດ້ສະແດງບັນດາລາຍການສິລະປະຍ້ອງຍໍຊົມເຊີຍນ້ຳໃຈມິດຕະພາບ ຫວຽດນາມ - ລາວ, ຍ້ອງຍໍຊົມເຊີຍປະທານໂຮ່ຈີມິນ, ພ້ອມທັງແນະນຳ, ໂຄສະນາກ່ຽວກັບປະເທດຊາດ ແລະ ຊາວ ຫວຽດນາມ.

 

(ແຫຼ່ງຄັດຈາກ VOV)

ໂຮງໝໍກາງສະໜາມຂັ້ນ 2 ເລກ 7 ຍົກສູງກຳລັງຮັບມືກັບພະຍາດທີ່ຄະນະປະຕິບັດງານ UNMISS

ໂຮງໝໍກາງສະໜາມຂັ້ນ 2 ເລກ 7 ຍົກສູງກຳລັງຮັບມືກັບພະຍາດທີ່ຄະນະປະຕິບັດງານ UNMISS

ຈຸດເດັ່ນຂອງບັນດາການເຄື່ອນໄຫວແມ່ນການຝຶກຊ້ອມລວມ ດ້ວຍການຕິດຕາມ ແລະ ແລກປ່ຽນວິຊາສະເພາະຂອງຜູ້ຕາງໜ້າບັນດາໂຮງໝໍກາງສະໜາມ ແລະ ຫົວໜ່ວຍສາທາລະນະສຸກສາກົນທີ່ພວມປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານ.

Top