• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຜນນະໂຍບາຍລົງທຶນໂຄງການທາງລົດໄຟຄວາມໄວສູງໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດຢ່າງເປັນທາງການ

ບັນດາສະມາຊິກສະພາແຫ່ງຊາດໄດ້ລົງຄະແນນສຽງຮັບຮອງເອົາມະຕິກ່ຽວກັບຮ່າງແຜນງົບປະມານແຫ່ງຊາດປີ 2025.
(ພາບປະກອບ: quochoi.vn)

ຕອນເຊົ້າວັນທີ 13 ພະຈິກ, ຢູ່ ຮ່າໂນ້ຍ, ຕາມລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15, ບັນດາສະມາຊິກສະພາແຫ່ງຊາດໄດ້ລົງຄະແນນສຽງຮັບຮອງເອົາມະຕິກ່ຽວກັບຮ່າງແຜນງົບປະມານແຫ່ງຊາດປີ 2025. ຕໍ່ຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດປຶກສາຫາລືຢູ່ໜ່ວຍກ່ຽວກັບ: ແຜນນະໂຍບາຍລົງທຶນໂຄງການທາງລົດໄຟຄວາມໄວສູງເໜືອ - ໃຕ້,ໂຄງການນີ້ໄປຜ່ານ 20 ແຂວງ, ນະຄອນ, ດວ້ຍຍອດລົງທຶນເບື້ອງຕົ້ນແມ່ນ 67 ຕື້ USD. ຄາດວ່າ, ໂຄງການຈະເລີ່ມລົງມືກໍ່ສ້າງໃນປີ 2027, ມີຄວາມຍາວກວ່າ 1.540 ກມ; ດັດປັບແຜນະໂຍບາຍລົງທຶນໂຄງການທ່າອາກາດສະຍານສາກົນ ລອງແທັ່ງ ທີ່ມະຕິເລກທີ 94 ຂອງສະພາແຫ່ງຊາດຊຸດທີ 13; ຮ່າງມະຕິກ່ຽວກັບການທົດລອງປະຕິບັດໂຄງການເຮືອນຢູ່ການຄ້າ ຜ່ານຂໍ້ຕົກລົງກ່ຽວກັບສິດນຳໃຊ້ທີ່ດິນ ຫຼື ພວມມີສິດນຳໃຊ້ທີ່ດິນ.

        ຕອນບ່າຍວັນດຽວກັນ, ສະພາແຫ່ງຊາດລົງຄະແນນສຽງກ່ຽວກັບທິດທາງຈັດແບ່ງງົບປະມານສູນກາງປີ 2025; ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບແຜນນະໂຍບາຍລົງທຶນໂຄງການເປົ້າໝາຍແຫ່ງຊາດປ້ອງກັນ, ຕ້ານຢາເສັບຕິດຮອດປີ 2030.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ໃນ​ສັງ​ກາດ​ພັດ​ທະ​ນາ​ໃໝ່, ມະ​ຕິ​ເລກ​ທີ 80 ຂອງ​ກົມ​ການ​ເມືອງ ແລະ ມະ​ຕິ​ເລກ​ທີ 28 ຂອງ​ສະ​ພາ​ແຫ່ງ​ຊາດ​ໄດ້​ກຳ​ນົດ​ບັນ​ດາ​ແຜນນ​ະ​ໂຍ​ບາຍ, ນະ​ໂຍ​ບາຍ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ.

Top