• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແບ່ງປັນບົດຮຽນພັດທະນາອຸດສາຫະກຳອາຫານ

      ພວກຂ້າພະເຈົ້າຈະພະຍາຍາມສ້າງບັນດາກາລະໂອກາດເພື່ອໃຫ້ບັນດາວິສາຫະກິດ ຍີ່ປຸ່ນ ພົບປະໂດຍກົງກັບບັນດາວິສາຫະກິດຂະແຫນງອາຫານ ຫວຽດນາມ. ຜ່ານນັ້ນ ສອງຝ່າຍອາດຈະແລກປ່ຽນຂໍ້ມູນຂ່າວສານສືບຕໍ່ເປັນຂົວຕໍ່ໃຫ້ແກ່ບັນດາວິສາຫະກິດ ຍີ່ປຸ່ນ ມີຄວາມຕ້ອງການລົງທຶນຢູ່ຫວຽດນາມ”.

ພາບປະກອບ
      ນີ້ແມ່ນຄຳຢືນຢັນຂອງທ່ານ Kitagawa Hironobu, ຫົວຫນ້າຫ້ອງການຜູ້ຕາງຫນ້າ JETRO ຢູ່ ຮ່າໂນ້ຍ ທີ່ກອງປະຊຸມພັດທະນາອຸດສາຫະກຳ ອາຫານຫວຽດນາມ ຊື່ງດຳເນີນໃນວັນທີ 12 ທັນວາ ໂດຍຫ້ອງການ JETRO ປະຈຳ ຮ່າໂນ້ຍ ສົມທົບກັບ ກະຊວງອຸດສາຫະກຳ ການຄ້າຫວຽດນາມຈັດຕັ້ງ.
      ຕາມທ່ານ Kitagawa Hironobu ແລ້ວ, ຂໍ້ມູນຂ່າວກ່ຽວກັບຂະແຫນງອຸດສາຫະກຳອາຫານ ກໍ່ຄື ຂໍ້ມູນຂ່າວໂດຍສັງເຂບກ່ຽວກັບຂະແຫນງອຸດສາຫະກຳຂອງຫວຽດນາມ ຍັງບໍ່ທັນໄດ້ອັບເດັດເທື່ອ. ນີ້ແມ່ນຫນຶ່ງໃນບັນດາຫນ້າທີ່ຂອງ JETRO ໃນໄລຍະຈະມາເຖິງ ຈະຕັ້ງຫນ້າກຳແຫນ້ນຂໍ້ມູນຂ່າວເພື່ອສະຫນອງໃຫ້ບັນດາວິສາຫະກິດ ຍີ່ປຸ່ນ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top