• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແບນຊິກ ຮັບດຳລົງຕຳແຫນ່ງປະທານສະພາສະຫະພາບເອີລົບ

ກ່າວຄຳເຫັນໃນການຖະແຫລງຂ່າວ, ທ່ານນາຍົກລັດຖະມົນຕີ Alexander De Croo ເນັ້ນຫນັກຢ່າງແຮງຕໍ່ການສືບຕໍ່ຫນູນຊ່ວຍດ້ານການເງິນໃຫ້ແກ່ ຢູແກຼນ
ທ່ານນາຍົກລັດຖະມົນຕີ ແບນຊິກ Alexander De Croo ແລະ ທ່ານນາງປະທານ ຄະນະກຳມະການເອີລົບ Ursula Von Der Leyen.ພາບ:Les Specialiste

ຕອນບ່າຍວັນທີ 5 ມັງກອນ ຢູ່ ນະຄອນຫລວງ ບຣຸກແຊນ ປະເທດ ແບນຊິກ ໄດ້ດຳເນີນພິທີສາບານຕົວຮັບດຳລົງຕຳແຫນ່ງ ປະທານສະພາສະຫະພາບເອີລົບ (EU)  ຂອງແບກຊິກ. ທີ່ພິທີ ທ່ານນາຍົກລັດຖະມົນຕີ ແບນຊິກ Alexander De Croo ພ້ອມກັບທ່ານນາງປະທານ ຄະນະກຳມະການເອີລົບ  Ursula Von Der Leyen ເຂົ້າຮ່ວມພິທີເປີດສະຫລອງ ສັນຍາລັກອາຍຸການປະທານສະພາ EU ຄັ້ງທີ 13 ຂອງປະເທດນີ້ ໂດຍໄດ້ຕັ້ງຢູ່ພູສີລະປະ Mont des Arts.  ກ່າວຄຳເຫັນໃນການຖະແຫລງຂ່າວ, ທ່ານນາຍົກລັດຖະມົນຕີ Alexander De Croo ເນັ້ນຫນັກຢ່າງແຮງຕໍ່ການສືບຕໍ່ຫນູນຊ່ວຍດ້ານການເງິນໃຫ້ແກ່ ຢູແກຼນ ຈະແມ່ນບັນຫາບຸລິມະສິດແຖວຫນ້າ ເມື່ອແບນຊິກ ຮັບດຳລົງຕຳແຫນ່ງປະທານໝູນວຽນຂອງ ສະພາ EU.  ປະຊາຊົນ ເອີລົບ ສ່ວນຫລາຍແມ່ນລໍຄອຍສະຫະພາບເອີລົບ. ເຂົາເຈົ້າມີຄວາມຫວັງວ່າ ສະຫະພາບເອີລົບ ຈະປົກປ້ອງເຂົາເຈົ້າ, ເພີ່ມທະວີສະຫວັດດີການສັງຄົມໃຫ້ເຂົາເຈົ້າ ແລະ ກະກຽມໃຫ້ແກ່ອະນາຄົດອັນດີງາມ. ແລະ ອະນາຄົດລວມຂອງ ເອີລົບ ກັບ ຢູແກຼນ ແມ່ນຢູ່ທີ່ຕັ້ງໃຈກາງ”

ຕາມທ່ານນາງ Von Der Leyen ແລ້ວ, ອາຍຸການຈະມາເຖິງ ຂອງແບນຊິກ ແມ່ນ ມີຄວາມສຳຄັນ ເພື່ອແກ້ໄຂ ຫລາຍບັນຫາກໍ່ຍິ່ງດີ ກ່ອນທີ່ຈັດຕັ້ງການເລືອກຕັ້ງຢູ່ ເອີລົບ ຄາດວ່າດຳເນີນໄປໃນວັນທີ 9 ມິຖຸນາ ຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top