• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແນະນຳຕະຫຼາດ ບັກຮ່າ, ລາວກາຍ - ສະຖານທີ່ທ່ອງທ່ຽວທີ່ດູດດື່ມ

      ວົງເງິນນຳເຂົ້າຂອງ ຫວຽດນາມ ຈາກ ລາວ ບັນລຸ 290,4 ລ້ານ USD, ເພີ່ມຂຶ້ນ 58,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ບັນດາສິນຄ້າ ຫວຽດນາມ ສົ່ງອອກໄປຍັງລາວສ່ວນຫຼາຍແມ່ນ: ບັນດາຜະລິດຕະພັນຈາກເຫຼັກກ້າ, ພາຫະນະຂົນສົ່ງແລະເຄື່ອງອາໄຫຼ່… ຫວຽດນາມ ນຳເຂົ້າຈາກ ລາວ ຜະລິດຕະພັນຄື: ໄມ້ ແລະ ຜະລິດຕະພັນຈາກໄມ້, ຜັກ, ໝາກໄມ້, ຢາງພາລາ
ຕະຫຼາດບັກຮ່າ ຊາປາ (ພາບ: internet)
      ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມໄດ້ຮັບຈົດໝາຍ, ອີເມວ 373 ສະບັບແລະໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ 37 ປະເທດແລະເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ…ໃນນັ້ນ, ທ່ານຜູ້ຟັງລາວຫລາຍຄົນໄດ້ສົ່ງອີເມວມາຍັງລາຍການດ້ວຍເນື້ອໃນແບ່ງປັນຄວາມຮູ້ສຶກ, ຢາກຊອກຮູ້ກ່ຽວກັບການເຄື່ອນໄຫວລະຫວ່າງສອງປະເທດ ຫວຽດນາມ - ລາວທີ່ໄດ້ດຳເນີນໃນອະທິດຜ່ານມາ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ.
ເພື່ອນ ບຸນທອງ ພວມດຳລົງຊີວິດຢູ່ນະຄອນຫຼວງວຽງຈັນ ໄດ້ສົ່ງຂໍ້ຄວາມມາຍັງລາຍການຜ່ານທາງ ເອີເມວ ດ້ວຍເນື້ອໃນທີ່ວ່າ: ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ຫາກໍ່ມີການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ. ການຢ້ຽມຢາມຄັ້ງນີ້ ອີກຄັ້ງໜຶ່ງໄດ້ຢັ້ງຢືນວ່າ ໃນທຸກສະພາບການ, ພັກ, ລັດ ແລະ ປະຊາຊົນສອງປະເທດຫວຽດນາມແລະລາວກໍ່ຈະຕັດສິນໃຈພ້ອມກັນຮັກສາ, ເພີ່ມພູນຄູນສ້າງການພົວພັນແບບພິເສດຫວຽດນາມ - ລາວໃຫ້ນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງໃນທຸກຂົງເຂດ. ຂ້າພະເຈົ້າກໍ່ຫວັງວ່າບັນດາອ້າຍເອື້ອຍນ້ອງບັນນາທິການພາກພາສາ ລາວ ຈະສະໜອງຂໍ້ມູນຂ່າວກ່ຽວກັບເນື້ອໃນການປຶກສາຫາລື ແລະ ບັນດາຜົນງານທີ່ສອງປະເທດບັນລຸໄດ້ໃນການຢ້ຽມຢາມດັ່ງກ່າວຕື່ມອີກ.
ເພື່ອນ ບຸນທອງ ທີ່ຮັກແພງ! ທີ່ບັນດາການພົບປະເຈລະຈາ, ການນຳຂັ້ນສູງສອງພັກ, ລັດ ໄດ້ແລກປ່ຽນບົດຮຽນປະສົບການກ່ຽວກັບການພັດທະນາ, ແລະ ຄວາມຕັດສິນໃຈໃນການປະຕິບັດບັນດາຂໍ້ຕົກລົງຂັ້ນສູງຂອງສອງພັກ, ສອງລັດໃນປີ 2021 ໂດຍເປັນປີທຳອິດທີ່ປະຕິບັດມະຕິກອງປະຊຸມໃຫຍ່ທົ່ວປະເທດຂອງແຕ່ລະພັກ ຢ່າງມີປະສິດທິຜົນ.
ບັນດາເນື້ອໃນລະອຽດໄດ້ຮັບການປຶກສາຫາລືໃນ ການພົບປະຄັ້ງຕ່າງໆ, ນັ້ນແມ່ນເຫັນດີເປັນເອກະພາບສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ, ສິ່ງທີ່ຄົງຄ້າງກ່ຽວກັບກົນໄກ ແລະ ລະບອບລະບຽບການ ບົນພື້ນຖານເສີມຂະຫຍາຍຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ຮ່ວມມືກັນຢ່າງມີຄວາມສະເໝີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສະຫງວນບຸລິມະສິດ ໃຫ້ກັນ, ໜູນຊ່ວຍ ແລະ ສ້າງເງື່ອນໄຂສະດວກເພື່ອພ້ອມກັນພັດທະນາ, ຮ່ວມມືກັນຢ່າງແໜ້ນແຟ້ນໃນບັນດາບັນຫາຍຸດທະສາດທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງ ແລະ ການພັດທະນາຂອງແຕ່ລະປະເທດ, ເປັນເຈົ້າການໃນການເພີ່ມທະວີການແລກປ່ຽນຂໍ້ມູນ, ແບ່ງປັນບົດຮຽນປະສົບການກ່ຽວກັບວຽກງານກໍ່ສ້າງພັກ, ສ້າງລະບົບການເມືອງ, ພັດທະນາເສດຖະກິດ ສັງຄົມ, ເພີ່ມທະວີການຮ່ວມມືກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເປີດກ້ວາງການເຊື່ອມໂຍງເຂົ້າກັບສາກົນ.
ໃນຂອບເຂດການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງພັກ, ລັດ ລາວ ຄັ້ງນີ້, ສອງຝ່າຍໄດ້ລົງນາມບັນດາເອກະສານຮ່ວມມື, ພ້ອມກັບການເຮັດວຽກຫຼາຍຄັ້ງຂອງບັນດາກະຊວງ, ຂະແໜງການທີ່ມີໜ້າທີ່ຮັບຜິດຊອບ ເພື່ອບົນພື້ນຖານດັ່ງກ່າວ ຈະສາມາດຫັນບັນດາຂໍ້ຕົກລົງຂັ້ນສູງເປັນລະອຽດ, ກໍ່ຄືໄດ້ຢັ້ງຢືນວ່າ ສອງຝ່າຍຈະພ້ອມກັນຊຸກຍູ້ການສ້າງບາດກ້າວບຸກທະລຸ, ຍົກສູງປະສິດທິຜົນການຮ່ວມມືກ່ຽວກັບເສດຖະກິດ, ວັດທະນະທຳ, ວິທະຍາສາດ - ເຕັກນິກ, ສົມທົບກັນຢ່າງແໜ້ນແຟ້ນໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ເພື່ອນ ເພັດສະຫວັນ ສົມສະນິດ, ນັກສຶກສາປີສຸດທ້າຍຄະນະເສດຖະສາດສັງກັດມະຫາວິທະຍາໄລແຫ່ງຊາດລາວໄດ້ສົ່ງຈົດໝາຍມາຍັງລາຍການດ້ວຍເນື້ອໃນວ່າ: “ພວກຂ້າພະເຈົ້າພວມຂຽນບົດວິທະຍານິພົນໃນນັ້ນມີບາງເນື້ອໃນແມ່ນກ່ຽວຂ້ອງເຖິງວົງເງິນການຄ້າສົ່ງອອກຂອງຫວຽດນາມໄປຍັງລາວ. ດັ່ງນັ້ນທາງລາຍການສາມາດຊ່ວຍໃຫ້ພວກຂ້າພະເຈົ້າຮູ້ຂໍ້ມູນກ່ຽວກັບວົງເງິນການຄ້າສົ່ງອອກຂອງຫວຽດນາມໄປຍັງຕະຫລາດລາວໃນຊຸມເດືອນຕົ້ນປີ 2021ຕື່ມອີກໄດ້ບໍ່? ຂໍຂອບໃຈ”.
ເພື່ອນ ເພັດສະຫວັນ ສົມສະນິດ ທີ່ຮັກແພງ! ເພື່ອເຂົ້າໃຈລະອຽດກ່ຽວກັບວົງເງິນການຄ້າສົ່ງອອກຂອງ ຫວຽດນາມ ໄປຍັງລາວພວກເພື່ອນສາມາດຕິດຕໍ່ໂດຍກົງກັບກະຊວງອຸດສາຫະກຳແລະການຄ້າຫວຽດນາມ, ກະຊວງແຜນການແລະການລົງທຶນຫວຽດນາມຫຼື ທີ່ທູດການຄ້າຫວຽດນາມປະຈຳລາວ. ເຖິງຢ່າງໃດກໍ່ຕາມ, ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້ທາງລາຍການຈະແນະນຳໂດຍສັງເຂບກ່ຽວກັບສະພາບການສົ່ງອອກຂອງຫວຽດນາມໄປຍັງລາວເພື່ອໃຫ້ພວກເພື່ອນສາມາດເຂົ້າໃຈໄດ້ສ່ວນໃດສ່ວນໜຶ່ງຕື່ມອີກ.
ປີ 2020, ຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19, ຜົນກະທົບຈາກໄພທຳມະຊາດແລະນ້ຳຖ້ວມກໍ່ຄືບັນດາມາດຕະການປິດເມືອງແລະແຍກຫ່າງໃນສັງຄົມເຊິ່ງໄດ້ເຮັດໃຫ້ການເຄື່ອນໄຫວດ້ານການຄ້າລະຫວ່າງສອງປະເທດປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ. ເຖິງຢ່າງໃດກໍຕາມ, ການຄ້າສອງປະເທດໄດ້ມີການເຕີບໂຕຄືນໃໝ່ຢ່າງແຮງໃນຊຸມເດືອນຕົ້ນປີ 2021. ໄລ່ໝົດ 5 ເດືອນຕົ້ນປີ 2021, ວົງເງິນການຄ້າລະຫວ່າງ ຫວຽດນາມ - ລາວ ບັນລຸ 570,7 ລ້ານ USD, ເພີ່ມຂຶ້ນ 39,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ໃນນັ້ນ, ວົງເງິນການສົ່ງອອກຫວຽດນາມໄປຍັງ ລາວ ບັນລຸ 280,3 ລ້ານ USD, ເພີ່ມຂຶ້ນ 23,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020
ວົງເງິນນຳເຂົ້າຂອງ ຫວຽດນາມ ຈາກ ລາວ ບັນລຸ 290,4 ລ້ານ USD, ເພີ່ມຂຶ້ນ 58,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ບັນດາສິນຄ້າ ຫວຽດນາມ ສົ່ງອອກໄປຍັງລາວສ່ວນຫຼາຍແມ່ນ: ບັນດາຜະລິດຕະພັນຈາກເຫຼັກກ້າ, ພາຫະນະຂົນສົ່ງແລະເຄື່ອງອາໄຫຼ່… ຫວຽດນາມ ນຳເຂົ້າຈາກ ລາວ ຜະລິດຕະພັນຄື: ໄມ້ ແລະ ຜະລິດຕະພັນຈາກໄມ້, ຜັກ, ໝາກໄມ້, ຢາງພາລາ…
ຕໍ່ໄປລາຍການພວກຂ້າພະເຈົ້າ ຂໍແນະນຳໄປຍັງທ່ານຜູ້ຟັງ, ຜູ້ອ່ານ ກ່ຽວກັບສະຖານທີ່ທ່ອງທ່ຽວທີ່ມີຄວາມດຶງດູດໃຈພໍສົມຄວນນັ້ນແມ່ນຕະຫຼາດບັກຮ່າ, ນີ້ກໍ່ແມ່ນຄຳຖາມເຊິ່ງທ່ານຜູ້ຟັງຊາວຝລັ່ງ Michel Minouflet ໄດ້ສົ່ງມາ VOV ໃນອາທິດຜ່ານມາ.
ຕະຫຼາດບັດກຮ່າແມ່ນຕະຫຼາດຢູ່ເມືອງບັກຮ່າ, ແຂວງລາວກາຍ, ນອນຢູ່ຫ່າງຈາກນະຄອນລາວກາຍ 76 ກີໂລແມັດ ແລະ ຫ່າງຈາກນະຄອນຫຼວງຮ່າໂນ້ຍ ປະມານ 300 ກີໂລແມັດ, ດ້ວຍເສັ້ນທາງດ່ວນ ຮ່າໂນ້ຍ - ລາວກາຍ, ພວກເພື່ອນຈະໃຊ້ເວລາເດີນທາງພຽງແຕ່ 5 ຊົ່ວໂມງກໍມີໜ້າຢູ່ສະຖານທີ່ທ່ອງທ່ຽວນີ້ແລ້ວ. ຕະຫຼາດນີ້ມີຊື່ສຽງຍ້ອນວ່າຍັງຮັກສາໄດ້ຄວາມງາມແບບປະຖົມປະຖານແລະເຂັ້ມຂົ້ນໄປດ້ວຍຈຸດທີ່ເປັນເອກະລັກສະເພາະຂອງບັນດາເຜົ່າຢູ່ບັກຮ່າ. ຕະຫຼາດບັກຮ່າ ສ້າງຕັ້ງຢູ່ເຈົາບັກຮ່າກົງກັບເວລາທີ່ ແຂວງລາວກາຍໄດ້ຮັບການສ້າງຕັ້ງຂຶ້ນ. ນັບແຕ່ນັ້ນມາຮອດປັດຈຸບັນ, ຍາມໃດຕະຫຼາດບັກຮ່າກໍ່ຈັດຕະຫຼາດນັດ ອາທິດລະເທື່ອໃນວັນອາທິດ.
ຕະຫຼາດຈະໄດ້ຈັດແບ່ງເປັນ 4 ເຂດທີ່ແຕກຕ່າງກັນຄື: ເຂດຄ້າຂາຍສັດ, ເຂດຄ້າຂາຍເຄື່ອງໃຊ້ຂອງສອຍ, ເຂດຄ້າຂາຍເຄື່ອງຫັດຖະກຳຕ່ຳແຜ່ນຕັດຫຍິບ, ເຄື່ອງປະດັບ,ເຂດຂາຍອາຫານການກິນ, ບັນດາຜະລິດຕະພັນຊື້ຂາຍ, ແລກປ່ຽນກໍ່ມີຄວາມອຸດົມສົມບູນທີ່ສຸດ. ແຕ່ລະເຂດຂອງຕະຫຼາດກໍ່ມີຄວາມຫຼາກຫຼາຍແລະເຂັ້ມຂົ້ນໄປດ້ວຍສີສັນຂອງຊົນເຜົ່າທ້ອງຖິ່ນ, ພິເສດຕະຫຼາດບັກຮ່າແມ່ນສະຖານທີ່ນັດພົບດີທີ່ສຸດເພື່ອໃຫ້ຊາວໜຸ່ມຊົນເຜົ່າພົບປະກັນພາຍຫຼັງອາທິດໜຶ່ງທີ່ອອກແຮງງານຢ່າງລຳບາກ. ຕະຫຼາດບັກຮ່າຍັງແມ່ນຕະຫຼາດໜຶ່ງດຽວໃນທົ່ວປະເທດທີ່ມີເຂດສະເພາະສຳລັບການຊື້ຂາຍມ້າ, ແຕ່ລະຄັ້ງມີມ້ານັບຮ້ອຍໆໂຕໄດ້ຮັບການຄ້າຂາຍຢູ່ທີ່ນີ້.
ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນບາງຄຳເຫັນ ແລະຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍໂດຍຈ່າໜ້າຊອງວ່າ:ລາຍການກະຈາຍສຽງພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.825.6631 ຫຼືອີເມວlaovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment(ສະແດງຄຳຕິຊົມ) ໃນເວັບໄຊ vovworld.vn ຂອງພວກເຮົາໄດ້.ຂໍຂອບໃຈ!
(ແຫຼ່ງຄັດຈາກ VOV)
 

ນາຍົກລັດຖະມົນຕີ ໄທ ຢືນຢັນຄຳໝັ້ນສັນຍາຮັກສາສັນຕິພາບ ແລະ ເຈລະຈາກັບ ກຳປູເຈຍ

ນາຍົກລັດຖະມົນຕີ ໄທ ຢືນຢັນຄຳໝັ້ນສັນຍາຮັກສາສັນຕິພາບ ແລະ ເຈລະຈາກັບ ກຳປູເຈຍ

ວັນທີ 16 ມິຖຸນາ, ທ່ານນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ໄທ ໄດ້ຢັ້ງຢືນຄືນ ການເຈລະຈາສອງຝ່າຍ ແມ່ນຊ່ອງທາງທີ່ເໝາະສົມເພື່ອແກ້ໄຂຄວາມເຄັ່ງຕຶງຢູ່ ເຂດຊາຍແດນ ໄທ - ກຳປູເຈຍ.

Top