• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ແລະ ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ, ຕອນບ່າຍວັນທີ 26 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດ້ວັນຈ໊ຽນ ໄດ້ມີການພົບປະເຈລະຈາກັບທ່ານປະທານຄະນະກຳມະການແນວລາວສ້າງຊາດ ສິນລະວົງ ຄຸດໄພທູນ.

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ, ຕອນບ່າຍວັນທີ 26 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດ້ວັນຈ໊ຽນ ໄດ້ມີການພົບປະເຈລະຈາກັບທ່ານປະທານຄະນະກຳມະການແນວລາວສ້າງຊາດ ສິນລະວົງ ຄຸດໄພທູນ.

    

ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດ້ວັນຈ໊ຽນ ພົບປະເຈລະຈາກັບທ່ານປະທານຄະນະກຳມະການແນວລາວສ້າງຊາດ ສິນລະວົງ ຄຸດໄພທູນ (ພາບ: ກວາງວິງ)

ທີ່ການພົບປະເຈລະຈາ, ການນໍາສອງອົງການແນວໂຮມປະເທດຊາດ ໄດ້ປຶກສາຫາລື, ເປັນເອກະພາບກ່ຽວກັບການລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງສອງຝ່າຍ ໄລຍະ 2022 – 2027. ເມື່ອແລກປ່ຽນກ່ຽວກັບວຽກງານແນວໂຮມປະເທດຊາດ, ທ່ານປະທານຄະນະກຳມະການສູນກາງແນວລາວສ້າງຊາດ ສິນລະວົງ ຄຸດໄພທູນ ສະເໜີໃຫ້ ຫວຽດນາມ ແບ່ງປັນບົດຮຽນປະສົບການໃນວຽກງານຂົນຂວຍປຸກລະດົມ, ເຕົ້າໂຮມປະຊາຊົນຢູ່ຕ່າງປະເທດ, ບົດຮຽນປະສົບການໃນການສ້າງ, ຈັດຕັ້ງສະພາຊາວກະສິກອນ ແລະ ບົດຮຽນປະສົບການໃນການສ້າງ ແລະ ປັບປຸງກົດໝາຍວ່າດ້ວຍແນວໂຮມປະເທດຊາດ. ສ່ວນທ່ານປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ  ໂດ້ວັນຈ໊ຽນ ຍາມໃດກໍກຽມພ້ອມແບ່ງປັນບົດຮຽນປະສົບການ, ຊ່ວຍເຫຼືອ ລາວ ໃນບັນຫານີ້ ແລະ ແບ່ງປັນບົດຮຽນປະສົບການຂອງແນວໂຮມປະເທດຊາດ ຫວຽດນາມ ໃນວຽກງານການທູດປະຊາຊົນ.

        ພາຍຫຼັງການພົບປະເຈລະຈາ, ທ່ານ ໂດ້ວັນຈ໊ຽນ ແລະ ທ່ານສິນລະວົງ ຄູດໄພທູນ ໄດ້ລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງສອງອົງການແນວໂຮມປະເທດຊາດ ໄລຍະ 2022 – 2027. ເນື່ອງໃນໂອກາດນີ້, ທ່ານປະທານ ໂດ້ວັນຈ໊ຽນ ໄດ້ມອບຂອງຂວັນຊ່ວຍເຫຼືອຄະນະກຳມະການສູນກາງແນວລາວສ້າງຊາດ ແລະ ມອບຂອງຂວັນໃຫ້ແກ່ບັນດາຄອບຄົວທຸກຍາກຊາວລາວ ແລະ ຊາວ ຫວຽດນາມ ພວມດຳລົງຊີວິດຢູ່ລາວ ທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19 ຈຳນວນ 70 ພູດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top