• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຍກຕົວຢູ່ກັບທີ່ ແມ່ນມາດຕະການມີປະສິດທິຜົນ ເພື່ອສະກັດກັ້ນເຊື້ອພະຍາດ nCoV ບໍ່ໃຫ້ແຜ່ລາມໄປສູ່ວົງຄະນະຍາດ

      ຕອນບ່າຍວັນທີ 5 ມັງກອນ, ທີ່ການຖະແຫຼງຂ່າວລັດຖະບານນັດສາມັນປະຈໍາເດືອນ ມັງກອນ, ທ່ານລັດຖະມົນຕີ, ຫົວໜ້າ ຫ້ອງວ່າການລັດຖະບານຫວຽດນາມ ມາຍຕ໊ຽນຢຸງ ແລະ ບັນດາສະມາຊິກຂອງຄະນະລັດຖະບານ ໄດ້ຕອບຄໍາຖາມເຮັດແຈ້ງບັນຫາເຊື້ອພະຍາດອັກເສບປອດ ທີ່ເກີດຈາກເຊື້ອໄວຣັດ ໂຄໂຣນາ ສາຍພັນໃໝ່່ ຢູ່ຫວຽດນາມ.

ທ່ານລັດຖະມົນຕີ, ຫົວໜ້າ ຫ້ອງວ່າການລັດຖະບານຫວຽດນາມ ມາຍຕ໊ຽນຢຸງ (ພາບ: VGP)
      ເມື່ອຕອບຄໍາຖາມກ່ຽວກັບແບບວິທີການແຍກຕົວຢູ່ກັບທີ່ເພື່ອປ້ອງກັນ, ຕ້ານເຊື້ອໄວຣັດ ໂຄໂຣນາ ສາຍພັນໃໝ່, ທ່ານ ຫງວຽນແທັ່ງລອງ ຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ໃຫ້ຮູ້ວ່າ: ປັດຈຸບັນ ການແຍກຕົວອອກເພື່ອຕິດຕາມ ແມ່ນໄດ້ແບ່ງອອກເປັນ 3 ລະດັບ ແລະ ໂດຍເລຂາພັກ ແລະ ອໍານາດການປົກຄອງທ້ອງຖິ່ນຂັ້ນຕ່າງໆເປັນຜູ້ຈັດຕັ້ງປະຕິບັດ, ສ່ວນຂະແໜງສາທາລະນະສຸກ ແມ່ນໃຫ້ການໜູນຊ່ວຍທາງດ້ານວິຊາສະເພາະ. ທ່ານ ຫງວຽນແທັ່ງລອງ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມໃຫ້ຮູ້ວ່າ:
        ລະດັບທີ 1 ແມ່ນໃຊ້ສໍາລັບບັນດາຄົນເຈັບ, ຜູ້ທີ່ຖືກສົງໄສຕິດເຊື້ອໄວຣັດ ໂຄໂຣນາ ສາຍພັນໃໝ່ແມ່ນໃຫ້ແຍກຕົວຢູ່ຮາກຖານສາທາລະນະສຸກໃນທັນທີ. ລະດັບທີ 2 ແມ່ນສໍາລັບພົນລະເມືອງຫວຽດນາມ ຫຼື ຕ່າງປະເທດ ທີ່ກັບມາຈາກແຂວງ ຫູເປີ່ຍ, ປະເທດ ຈີນ ຫຼື ໄປຜ່ານແຂວງຫູເປີ່ຍ ແລ້ວກັບມາຫວຽດນາມນັ້ນ ແມ່ນໃຫ້ແຍກຕົວຢູ່ຕ່າງຫາກຢູ່ບັນດາຮາກຖານໂດຍກອງທັບໄດ້ກຽມໄວ້. ລະດັບທີ 3 ແມ່ນສໍາລັບຜູ້ທີ່ກັບມາຈາກ 31 ແຂວງ, ນະຄອນ ຂອງ ຈີນ ແມ່ນໃຫ້ແຍກຕົວຢູ່ຄອບຄົວ”.
        ກ່ຽວກັບການປົກປ້ອງພົນລະເມືອງຫວຽດນາມ ຈາກເຂດເກີດເຊື້ອພະຍາດ ກັບຄືນມາປະເທດ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ມາຍຕ໊ຽນຢຸງ ໃຫ້ຮູ້ວ່່າ:
        “ປັດຈຸບັນໄດ້ມອບໝາຍໃຫ້ບັນດາອົງການເຈົ້າໜ້າທີ່ຕ້ອນຮັບພົນລະເມືອງຫວຽດນາມ ຈາກເຂດເກີດເຊື້ອພະຍາດຄືນມາປະເທດ ແລະ ແຍກຕົວໃຫ້ຢູ່ຕ່າງຫາກພາຍໃນ 14 ວັນ. ວຽກງານດັ່ງກ່າວ ໄດ້ມອບໝາຍໃຫ້ກະຊວງປ້ອງກັນປະເທດຮັບປະກັນບັນດາເງື່ອນໄຂການກິນຢູ່, ພັກເຊົ່າ... ສໍາລັບພົນລະເມືອງ ແລະ ຊາວຜູ້ອອກແຮງງານຫວຽດນາມ ທີ່ໄປເຮັດວຽກຢູ່ ຈີນນັ້ນ, ຖ້າຫາກຢາກກັບຄືນມາປະເທດ ແມ່ນມອບໝາຍໃຫ້ 7 ແຂວງຊາຍແດນ ສົມທົບກັບກະຊວງສາທາລະນະສຸກ ແລະ ຕໍາຫຼວດ ຮັບຜິດຊອບ”.
        ກ່ຽວຂ້ອງເຖິງສະພາບການຂອງເຊື້ອພະຍາດດັ່ງກ່າວ ຢູ່ຫວຽດນາມ, ຮອດຕອນຄໍ່າວັນທີ 5 ກຸມພາ, ມີ 400 ກໍລະນີເປັນໄຂ້ ແລະ ຖືກສົງໄສວ່າຕິດເຊື້ອພະຍາດດັ່ງກ່າວ, ໃນນັ້ນໄດ້ມີປະມານ 350 ກໍລະນີ ແມ່ນມີຜົນກວດອອກມາແລ້ວ ແມ່ນປອດເຊື້ອ, ສ່ວນ 57 ກໍລະນີ ກໍາລັງລໍຖ້າຜົນກວດຢູ່; ພິເສດ ໄດ້ປິ່ນປົວຄົນຕິດເຊື້ອ 3 ຄົນ ຢູ່ແຂວງ ແທັງຮວ໊າ, ນະຄອນໂຮ່ຈີມິນ ແລະ ແຄ໊ງຮວ່່າ ກັບມາຢູ່ໃນອາກາດດີປົກກະຕິ.
 (ແຫຼ່ງຄັດຈາກ VOV)
 

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top