• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຈ້ງໝາກຜົນໄວກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກຊຸດທີ XIII

      ກອງປະຊຸມດຳເນີນໃນລະຫວ່າງວັນທີ 04 – 07 ຕຸລາ, ຢູ່ນະຄອນຫຼວງ ຮ່າໂນ້ຍ. ຄະນະບໍລິຫານງານສູນກາງພັກຊຸດທີ XIII ປຶກສາຫາລື ແລະ ປະກອບຄຳເຫັນໃສ່ຫຼາຍເນື້ອໃນ
ກອງປະຊຸມລາຍງານ
(ພາບ: Hoàng Giang)
      ຕອນບ່າຍວັນທີ 11 ຕຸລາ, ຄະນະໂຄສະນາສຶກສາສູນກາງ ໄດ້ຈັດກອງປະຊຸມລາຍງານສູນກາງແຈ້ງໄວໝາກຜົນຂອງກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກຊຸດທີ XIII, ແບບທາງໄກ.
        ທີ່ກອງປະຊຸມ, ທ່ານ ລ້າຍຊວັນມົນ, ຮອງຫົວໜ້າຄະນະປະຈຳຄະນະໂຄສະນາສຶກສາສູນກາງພັກ ໄດ້ແຈ້ງໄວໝາກຜົນເນື້ອໃນ, ລາຍການເຮັດວຽກໝາກຜົນກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກຊຸດທີ XIII. ຕາມນັ້ນແລ້ວ, ກອງປະຊຸມດຳເນີນໃນລະຫວ່າງວັນທີ 04 – 07 ຕຸລາ, ຢູ່ນະຄອນຫຼວງ ຮ່າໂນ້ຍ. ຄະນະບໍລິຫານງານສູນກາງພັກຊຸດທີ XIII ປຶກສາຫາລື ແລະ ປະກອບຄຳເຫັນໃສ່ບັນດາເນື້ອໃນຄື: ສະພາບເສດຖະກິດ-ສັງຄົມ; ໝາກຜົນວຽກງານປ້ອງກັນ ຕ້ານໂລກລະບາດໂຄວິດ-19; ສືບຕໍ່ຍູ້ແຮງການກໍ່ສ້າງ, ປັບປຸງພັກ, ສະກັດກັ້ນ, ຍູ້ການເສື່ອມທາດຂາດຄຸນດ້ານແນວຄິດການເມືອງ, ຄຸນສົມບັດ, ວິຖີຊີວິດ, ບັນດາປະກົດການ “ຜັນແປດ້ວຍຕົນເອງ”, “ຫັນປ່ຽນດ້ວຍຕົນເອງ” ຢູ່ພາຍໃນໃຫ້ຖອຍໄປ; ດັດປັບ, ເພີ່ມເຕີມຂໍ້ກຳນົດກ່ຽວກັບບັນດາສິ່ງທີ່ສະມາຊິກພັກບໍ່ໄດ້ເຮັດ ແລະ ບາງບັນຫາສຳຄັນອື່ນໆ.
(ແຫຼ່ງຄັດຈາກ VOV)
 

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ປາ​ນາ​ມາ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ປາ​ນາ​ມາ

ພາຍ​ລັງ​ພິ​ທີ​ຕ້ອນ​ຮັບ, , ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ​ທ່ານ José Raúl Mulino ​ປະ​ທາ​ນາ​ທິ​ບໍ​ດີ ສ.ປາ​ນາ​ມາ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສອງ​ປະ​ເທດ​ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ.

Top