• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແງ່​ຫວັງ​​ເສດ​ຖະ​ກິດຂອງ​ລາວ ແລະ ບັນ​ດາ​ຜົນ​ກະ​ທົບ​ຕໍ່​ວິ​ສາ​ຫະ​ກິດ ຫວຽດ​ນາມ

ນີ້ແມ່ນຫົວຂໍ້ຂອງການໂອ້ລົມສົນທະນາ “ສະພາບການຕົວຈິງ, ແງ່ຫວັງເສດຖະກິດຂອງລາວ ແລະ ບັນດາຜົນກະທົບຕໍ່ວິສາຫະກິດ ຫວຽດນາມ” ໂດຍສະຖານທູດ ຫວຽດນາມ ປະຈຳລາວສົມທົບກັບສະມາຄົມວິສາຫະກິດ ການຮ່ວມມື - ລົງທຶນຢູ່ລາວຈັດຕັ້ງຂຶ້ນໃນ, ຕອນບ່າຍວັນທີ 11 ຕຸລາ, ຢູ່ ນະຄອນຫຼວງວຽງຈັນ, ປະເທດລາວ. 

ການໂອ້ລົມສົນທະນາ “ສະພາບການຕົວຈິງ, ຄວາມຫວັງເສດຖະກິດລາວ ແລະ ບັນດາຜົນກະທົບຕໍ່ວິສາຫະກິດ ຫວຽດນາມ” (ພາບ: TTXVN)

ເຫດການເພື່ອແນໃສ່ສະເຫຼີມສະຫຼອງ ວັນນັກທຸລະກິດ ຫວຽດນາມ (13 ຕຸລາ). ທີ່ການໂອ້ລົມສົນທະນາ, ທ່ານ ຄໍາເຜີຍ ແກ້ວກິນນາລີ ຮອງປະທານຄະນະກຳມະການຮ່ວມມືລາວ - ຫວຽດນາມ ໃຫ້ຮູ້ວ່າ ມາຮອດປັດຈຸບັນ ຫວຽດນາມໄດ້ລົງທຶນຢູ່ລາວ 413ໂຄງການ ດ້ວຍຍອດເງິນລົງທຶນກ່ວາ 4,1ຕື້ USD. ປັດຈຸບັນ, ຫວຽດນາມຢືນຢູ່ອັນດັບທີ 3 ໃນ ຈຳນວນ 54 ປະເທດແລະ ເຂດແຂ້ວນເຂົ້າທີ່ມາລົງທຶນຢູ່ລາວ, ບັນດາໂຄງການຮ່ວມມືລະຫວ່າງສອງປະເທດພວມການຜັນຂະຫຍາຍຢ່າງມີສະຖຽນລະພາບ, ສ້າງ ວຽກເຮັດງານທຳຫຼາຍຢ່າງ, ເພີ່ມລາຍຮັບໃຫ້ແກ່ປະຊາຊົນຕື່ມອີກ, ປະກອບສ່ວນຫຼາຍພໍສົມຄວນໃຫ້ແກ່ພື້ນຖານເສດຖະກິດຂອງລາວ. ຜູ້ຕາງໜ້າບັນດາອົງການທີ່ມີໜ້າທີ່ ຂອງລາວໄດ້ແກ້ໄຂບັນດາຂໍ້ຂ້ອງໃຈຂອງວິສາຫະກິດກ່ຽວກັບກົນໄກນະໂຍບາຍ, ການວາງແຜນຜັງການນຳໃຊ້ທີ່ດິນ, ລະບົບກົດໝາຍທີ່ກ່ຽວຂ້ອງເຖິງການດຳເນີນທຸລະກິດ…ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະມານະພະຍາຍາມເປັນເສນາທິການໃຫ້ແກ່ລັດຖະບານສ້າງເງືຶ່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ເຂົ້າມາດຳເນີນທຸລະກິດ ແລະ ລົງທຶນຢູ່ ລາວ, ປະກອບສ່ວນພັດທະນາເສດຖະກິດ - ສັງຄົມ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບຄວາມສາມັກຕີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ໃຫ້ນັບມື້ນັບບັນລຸໄດ້ປະສິດທິຜົນ ແລະ ແທດຈິງ ຫຼາຍກ່ວາອີກ.
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະ ສອງຝ່າຍຢູ່ນອກກອງປະຊຸມສຸດຍອດການກະທຳ ດິນຟ້າອາກາດໂລກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະ ສອງຝ່າຍຢູ່ນອກກອງປະຊຸມສຸດຍອດການກະທຳ ດິນຟ້າອາກາດໂລກ

ທ່ີການພົບປະກັບທ່ານປະທານາທິບໍດີ ຝລັ່ງ Emmanuel Macron, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງການ ພັດທະນາປະສິດທິຜົນ ຂອງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຝລັ່ງ

Top