• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂວ​າງ​ບິ່ງ​ດິງ​ລົງ​ນາມ​ການ​ຮ່ວມ​ມື​ກັບ​ອຳ​ນາດ​ການ​ປົກ​ຄອງ 4 ແຂ​ວງ ພາກ​ໃຕ້​ລາວ

ຕອນເຊົ້າວັນທີ 30 ມີນາ, ຢູ່ແຂວງບິ່ງດິງ, ຄະນະກຳມະການປະຊາຊົນແຂວງ ບິ່ງດິງໄດ້ຈັດກອງປະຊຸມລົງນາມການຮ່ວມມືລະຫວ່າງແຂວງບິ່ງດິງ ກັບ 4 ແຂວງພາກໃຕ້ ລາວ (ອັດຕະປື, ຈຳປາສັກ, ສາລະວັນ ແລະ ເຊກອງ) ໄລຍະ 2021 – 2025.
  ກອງປະຊຸມລົງນາມການຮ່ວມມືລະຫວ່າງແຂວງບິ່ງດິງ ກັບ 4 ແຂວງພາກໃຕ້ ລາວ (ພາບ: TTXVN)  

ຕາມນັ້ນແລ້ວ, ແຂວງບິ່ງດິງ ແລະ ບັນດາແຂວງພາກໃຕ້ລາວ ຈະເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດຄື: ສາທາລະນະສຸກ, ການສຶກສາ, ກະສິກຳ, ອຸດສາຫະກຳການຄ້າ, ວັດທະນະທຳ, ກິລາ, ການທ່ອງທ່ຽວ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ… ທ່ານຟ້າມແອັງຕວັນ, ປະທານຄະນະກຳມະການປະຊາຊົນແຂວງ ບິ່ງດິງໃຫ້ຮູ້ວ່າ:

ໃນຊຸມປີຈະມາເຖິງ, ທາງແຂວງບິ່ງດິງຈະສືບຕໍ່ສຸມໃສ່ຊີ້ນຳທຸກຂັ້ນ, ທຸກຂະແໜງການຈັດຕັ້ງຜັນຂະຫຍາຍການປະຕິບັດເນື້ອໃນໂຄງການຮ່ວມມືລະຫວ່າງບັນດາຝ່າຍຢ່າງມີປະສິດທິຜົນ ແລະ ພ້ອມກັບບັນດາແຂວງພາກໃຕ້ ລາວ ສືບຕໍ່ ປົກປ້ອງ, ຮັກສາ, ເພີ່ມພູນຄູນສ້າງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ລາວ. ນີ້ແມ່ນຊັບສົມບັດອັນລ້ຳຄ່າຂອງສອງຊາດ.

(ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top