• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂວງ ຢູນໜານຂອງ ຈີນ ແລະ ຫວຽດນາມ ຊຸກຍູ້ການຮ່ວມມື, ການລົງທຶນ

      ຕອນເຊົ້າວັນທີ 1 ເມສາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານ ຈູງກົວງິງ ຮອງເຈົ້າແຂວງຜູ້ປະຈຳການຄະນະປົກຄອງແຂວງ ຢູນໜານ(ຈີນ) ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫ້ວ ແລະ ທ່ານ ຈູງກົວງິງ ຮອງເຈົ້າແຂວງຜູ້ປະຈຳການຄະນະປົກຄອງແຂວງ
ຢູນໜານ (ພາບ: VGP/ແທງຈຸງ)
      ທ່ານຮອງນາຍົກລັດຖະມົນຕີ ຢັ້ງຢືນວ່າ: ລັດຖະບານ ຫວຽດນາມຖືເປັນສຳຄັນການເດີນທາງປະຕິບັດງານຂອງຄະນະຜູ້ແທນ ແຂວງ ຢູນໜານ ຢູ່ ຫວຽດນາມ ແລະ ຫວັງວ່າ ສອງຝ່າຍຈະເພີ່ມທະວີການພົວພັນດ້ານການທູດ, ການຄ້າ, ການລົງທຶນໃຫ້ຫຼາຍກ່ວາອີກ. ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວສະເໜີໃຫ້ແຂວງຢູນໜານເພີ່ມທະວີການນຳເຂົ້າຜະລິດຕະພັນກະເສດຂອງຫວຽດນາມ, ສະໜັບສະໜູນບັນດາວິສາຫະກິດ ຂອງ ຫວຽດນາມໃນການລົງທຶນ ຢູ່ ຢູນໜານ.
            ສ່ວນທ່ານ ຈູງກົວງິງ ໄດ້ເນັ້ນໜັກວ່າ ຢູນໜານສະໜັບສະໜູນຕໍ່ຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງປະເທດກ່ຽວກັບການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດ, ຮອບດ້ານຂອງສອງປະເທດ. ທ່ານ ຈູງກົວງິງ ນຳສະເໜີກັບລັດຖະບານ ຫວຽດນາມ ບັນດາມາດຕະການແກ້ໄຂເພື່ອໃຫ້ສອງຝ່າຍຊຸກຍູ້ການພົວພັນ, ໃນນັ້ນມີການບູລະນະສ້ອມແປງເສັ້ນທາງລົດໄຟເຊື່ອມຕໍ່ ລາວກາຍ ກັບ ຫາຍຟອງເພື່ອຊຸກຍູ້ການແລກປ່ຽນຄ້າຂາຍລະຫວ່າງ ແຂວງຢູນໜານ ແລະ ຕະຫຼາດ ທາງທິດຕາເວັນຕົກສ່ຽງໃຕ້ຂອງຈີນ ກັບບັນດາແຂວງຂອງ ຫວຽດນາມ ແລະ ຊ່ວຍນຳສິນຄ້າຂອງ ຢູນໜານອອກສູ່ໂລກ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາຍົກລັດຖະມົນຕີ ເບລາຣຸດ Roman Golovchenko

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາຍົກລັດຖະມົນຕີ ເບລາຣຸດ Roman Golovchenko

ການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ Roman Golovchenko ຈະສ້າງກຳລັງໜູນໃໝ່ເພື່ອຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊືອ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ.

Top