• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂວງ ນິງບິ່ງ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບບັນດາທ້ອງຖິ່ນຂອງແຂວງ ຍີ່ປຸ່ນ

ໂດຍຕາງໜ້າຄະນະປະຕິບັດງານ, ທ່ານນາງ Mori Masako ໃຫ້ຮູ້ວ່າ: ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຊຸກຍູ້ການພົວພັນຮ່ວມມື, ນ້ຳໃຈມິດຕະພາບລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ເວົ້າລວມ...
ທ່ານນາງ ຫງວຽນທິທູຮ່າ, ເລຂາຄະນະພັກແຂວງ ນິງບິ່ງ ຕ້ອນຮັບຄະນະຜູ້ແທນ ຍີ່ປຸ່ນ, ນຳໂດຍທ່ານນາງ Mori Masako

ວັນທີ 5 ມີນາ, ທ່ານນາງ Mori Masako, ທີ່ປຶກສາພິເສດຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ, ໄດ້ນຳໜ້າຄະນະປະຕິບັດງານ ມາຢ້ຽມຢາມ, ຊອກຮູ້ສະພາບຕົວຈິງຢູ່ແຂວງ ນິງບິ່ງ.

ທີ່ການຕ້ອນຮັບຄະນະ, ທ່ານນາງ ຫງວຽນທິທູຮ່າ, ເລຂາຄະນະພັກແຂວງ ນິງບິ່ງ ໄດ້ຢັ້ງຢືນບຸລິມະສິດດຶງດູດການລົງທຶນຈາກ ຍີ່ປຸ່ນ. ຄາດວ່າ, ໃນໄຕມາດ II/2023, ແຂວງ ນິງບິ່ງ ຈະຈັດກອງປະຊຸມສົ່ງເສີມການລົງທຶນທີ່ສະຫງວນສະເພາະໃຫ້ແກ່ບັນດານັກລົງທຶນມາຈາກ ຍີ່ປຸ່ນ. ແຂວງ ປາດຖະໜາຢາກເພີ່ມທະວີການຮ່ວມມືທີ່ເລິກເຊິ່ງ, ກ້ວາງຂວາງກ່ວາໃນບັນດາຂົງເຂດລະຫວ່າງແຂວງ ນິງບິ່ງ ແລະ ບັນດາທ້ອງຖິ່ນຂອງຍີ່ປຸ່ນ.

ໂດຍຕາງໜ້າຄະນະປະຕິບັດງານ, ທ່ານນາງ Mori Masako ໃຫ້ຮູ້ວ່າ: ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຊຸກຍູ້ການພົວພັນຮ່ວມມື, ນ້ຳໃຈມິດຕະພາບລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ເວົ້າລວມ, ລະຫວ່າງແຂວງ ນິງບິ່ງ ກັບບັນດາທ້ອງຖິ່ນຂອງ ຍີ່ປຸ່ນ ເວົ້າສະເພາະ. ກ່ຽວກັບຂໍ້ສະເໜີຈັດງານບຸນດອກ ສະກຸຣະ ຢູ່ແຂວງ ນິງບິ່ງ ໃນໄລຍະຈະມາເຖິງ, ທ່ານນາງ Mori Masako ຖືວ່າ ນີ້ແມ່ນຂໍ້ສະເໜທີ່ີມີຄວາມໝາຍທີ່ສຸດ ແລະ ໃຫ້ຮູ້ວ່າ: ຈະຄົ້ນຄ້ວາ, ຕິດຕໍ່ພົວພັນເພື່ອຫັນຂໍ້ສະເໜີນີ້ໃຫ້ປະກົດຜົນເປັນຈິງ.

 

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສົນທະນານະໂຍບາຍພິເສດຢູ່ WEF Davos

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສົນທະນານະໂຍບາຍພິເສດຢູ່ WEF Davos

ບັນດາສານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຮັບການຕີລາຄາສູງຈາກບັນດາຜູ້ແທນທີ່ເຂົ້າຮ່ວມ.

Top