• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂວງ ດົ່ງທາບຮ່ວມມືເລິດເຊິ່ງ, ກ້ວາງຂວາງໃນຫຼາຍຂົງເຂດກັບແຂວງ ຈຳປາສັກ

ດ້ວຍບັນດາແຫຼ່ງກຳລັງ ແລະ ຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວໃນຫຼາຍຂົງເຂດ, ດົ່ງທາບ ຈະສືບຕໍ່ບຸລິມະສິດ, ສ້າງເງື່ອນໄຂສະດວກທີ່ສຸດ ເພື່ອໃຫ້ວິສາຫະກິດສອງແຂວງ ອາດຈະເຊື່ອມຕໍ່...
  ການເຊັນບົດບັນທຶກຊ່ວຍຈຳລະຫວ່າງສອງຝ່າຍ (ພາບ: Nhựt An/TTXVN)  

ຕອນບ່າຍວັນທີ 27 ສິງຫາ, ຢູ່ນະຄອນ ກາວແຫຼ້ງ, ທ່ານ ເລກວັກຟອງ, ເລຂາຄະນະພັກແຂວງ ດົ່ງທາບ ໄດ້ເຮັດວຽກກັບທ່ານ ວິໄລວົງ ບຸດດາຄຳ, ເລຂາພັກແຂວງ, ເຈົ້າແຂວງໆ ຈຳປາສັກ (ສປປ ລາວ).

ກ່າວຄຳເຫັນນະທີ່ນີ້, ທ່ານ ເລກວັກຟອງ ຢັ້ງຢືນວ່າ: ດົງທາບຍາມໃດກໍ່ປາດຖະໜາຮ່ວມມືຫຼາຍກ່ວາກັບແຂວງ ຈຳປາສັກ ກໍ່ຄືບັນດາແຂວງຂອງລາວ. ດ້ວຍບັນດາແຫຼ່ງກຳລັງ ແລະ ຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວໃນຫຼາຍຂົງເຂດ, ດົ່ງທາບ ຈະສືບຕໍ່ບຸລິມະສິດ, ສ້າງເງື່ອນໄຂສະດວກທີ່ສຸດ ເພື່ອໃຫ້ວິສາຫະກິດສອງແຂວງ ອາດຈະເຊື່ອມຕໍ່ ແລະ ລົງທຶນ; ສືບຕໍ່ຂ່ຳນັບຮັບຕ້ອນພະນັກງານ, ນັກສຶກສາແຂວງ ຈຳປາສັກ ມາຮ່ຳຮຽນ, ຄົ້ນຄ້ວາ, ມຸ່ງໄປເຖິງການປະຕິບັດໂຄງການຮ່ວມມືເລິກເຊິ່ງ, ກ້ວາງຂວາງໃນຫຼາຍຂົງເຂດ.

ສ່ວນທ່ານເລຂາພັກແຂວງ ວິໄລວົງ ບຸດດາຄຳ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຊ່ວຍເຫຼືອ, ໜູນຊ່ວຍຂອງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ດົ່ງທາບ ຕໍ່ແຂວງ ຈຳປາສັກ ໃນໄລຍະຜ່ານມາ, ພິເສດແມ່ນວຽກງານປ້ອງກັນ, ຕ້ານໂຄວິດ -19, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃນຂົງເຂດສາທາລະນະສຸກ... ເນື່ອງໃນໂອກາດນີ້, ການນຳສອງແຂວງ ໄດ້ລົງນາມບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືໄລຍະ 2022 – 2025, ໃນນັ້ນ, ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືດ້ານການເມືອງ, ເສດຖະກິດ, ການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ວຽກງານພົວພັນຕ່າງປະເທດປະຊາຊົນ, ການຮ່ວມມືມິດຕະພາບ ແລະ ຮັບປະກັນຊີວິດສັງຄົມ...

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ອິນ​ເດຍ ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ນຳ​ວົງ​ເງິນກ​ານ​ຄ້າ​ສອງ​ສົ້ນ​ບັນ​ລຸ 20 ຕື້ USD

ຫວຽດ​ນາມ - ອິນ​ເດຍ ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ນຳ​ວົງ​ເງິນກ​ານ​ຄ້າ​ສອງ​ສົ້ນ​ບັນ​ລຸ 20 ຕື້ USD

ຕອນບ່າຍວັນທີ 17 ມີນາ, ຢູ່ New Delhi, ໃນຂອບເຂດການຢ້ຽມຢາມອິນເດຍ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫ໋າຍໄດ້ພົບປະກັບທ່ານປະທານສະພາຕ່ຳ ອິນເດຍ Om Birla.

Top