• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂວງ ກວາງ​ຈິ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ສອງ​ແຂວງ ສະ​ຫວັນ​ນະ​ເຂດ ແລະ ສາ​ລະ​ວັນ

ວັນທີ 27 ທັນວາ, ຢູ່ນະຄອນ ດົງຮ່າ, ແຂວງ ກວາງຈິ ຂອງ ຫວຽດນາມ ໄດ້ດຳເນີນກອງປະຊຸມພົບປະລະຫວ່າງຄະນະຜູ້ແທນຂັ້ນສູງແຂວງ ກວ໋າງຈິ ກັບຄະນະຜູ້ແທນຂັ້ນສູງຂອງແຂວງ ສະຫວັນນະເຂດ ແລະ ສາລະວັນ. ນີ້ແມ່ນການເຄື່ອນໄຫວນອນໃນຂອບເຂດການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ ລາວ ຄົບຮອບ 60 ປີ (5/9/1962 – 5/9/2022); ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 45 ປີ (18/7/1977 – 18/7/2022).
  ພິທີລົງນາມໃນຂໍ້ຕົກລົງຮ່ວມມື (ພາບ: TTXVN)  

ໃນກອງປະຊຸມພົບປະ, ການນຳແຂວງ ກວາງຈິ ໄດ້ລົງນາມຂໍ້ຕົກລົງຮ່ວມມືກັບການນຳສອງແຂວງ ສະຫວັນນະເຂດ ແລະ ສາລະວັນ ໄລຍະ 2023 – 2025.

ໃນຂໍ້ຕົກລົງຮ່ວມມືລະຫວ່າງແຂວງ ກວາງຈິ ກັບ ແຂວງ ສະຫວັນນະເຂດ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການພົວພັນດ້ານການເມືອງ ແລະ ແລກປ່ຽນຄະນະຜູ້ແທນທຸກຂັ້ນ; ສົມທົບກັນໂຄສະນາເຜີຍແຜ່ ແນໃສ່ຍົກສູງຄວາມຮັບຮູ້ຂອງປະຊາຊົນກ່ຽວກັບຄວາມສຳຄັນຂອງເສັ້ນຊາຍແດນ, ລະບົບຫຼັກໝາຍຊາຍແດນ; ປະຕິບັດວຽກງານສຳຫຼວດ ແລະ ເຕົ້າໂຮມອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ແຂວງສະຫວັນນະເຂດໃຫ້ເປັນຢ່າງດີ. ສອງຝ່າຍກໍເຫັນດີເປັນເອກະພາບສືບຕໍ່ສົມທົບດັດປັບແຜນຮ່າງສ້າງເຂດເສດຖະກິດການຄ້າຂ້າມຊາຍແດນຮ່ວມ ລາວບາວ - ແດນສະຫວັນ ໃຫ້ສຳເລັດ.

ສ່ວນໃນຂໍ້ຕົກລົງຮ່ວມມືລະຫວ່າງແຂວງ ກວ໋າງຈິ ກັບແຂວງ ສາລະວັນ ໄລຍະ 2023 – 2025, ສອງຝ່າຍໄດ້ເຫັນດີເປັນເອກະພາບຮັບປະກັນການປະຕິບັດ, ອຳນວຍຄວາມສະດວກໃນການເຄື່ອນໄຫວເຂົ້າ - ອອກເມືອງ, ນຳເຂົ້າ-ສົ່ງອອກສິນຄ້າຜ່ານຄູ່ຊາຍແດນສາກົນ ລາໄລ - ລາໄລ ໃຫ້ມີຄວາມລຸລ່ວງ; ສະເໜີລັດຖະບານສອງປະເທດ ໃຫ້ເຫັນດີຕໍ່ແຜນນະໂຍບາຍ ແລະ ສົມທົບກັນຜັນຂະຫຍາຍ ແລວເສດຖະກິດເຊື່ອມຕໍ່ແຂວງ ກວາງຈິ ກັບບັນດາແຂວງພາກໃຕ້ຂອງ ລາວ, ໄທ ຈາກຊາຍແດນສາກົນ ລາໄລ ໄປຫາທ່າກ່ຳປັ່ນນ້ຳເລິກ ໝີຖຸຍ ທີ່ຢູ່ເສັ້ນທາງຫຼວງ 15D.

 

(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top