• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂວງແທັງຮວ໊າ ແລກປ່ຽນບົດຮຽນ, ປະສົບການໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ກັບແຂວງ ຫົວພັນ ຂອງລາວ

      ວັນທີ 13 ເມສາ, ຢູ່ ປ້ອມທະຫານປ້ອງກັນຊາຍແດນ ດ່ານຊາຍແດນສາກົນ ນາແມວ, ແຂວງແທັງຮວ໊າ ແລະ ແຂວງຫົວພັນຂອງລາວ ໄດ້ຈັດຕັ້ງການແລກປ່ຽນບົດຮຽນ, ປະສົບການໃນວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19. 

ແຂວງແທັງຮວ໊າ ໄດ້ໜູນຊ່ວຍບັນດາອຸປະກອນການແພດໃຫ້ແກ່ແຂວງຫົວພັນເພື່ອຮັບໃຊ້ວຽກງານດັ່ງກ່າວ
ລວມມູນຄ່າທັງໝົດ
1 ຕື້ດົ່ງ (ພາບ: TTXVN)
      ທ່ານ ຟ້າມດັງກວ່ຽນ, ຮອງປະທານຄະນະກຳມະການປະຊາຊົນແຂວງແທັງຮວ໊າ, ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ດ້ວຍການເຂົ້າຮ່ວມຢ່າງພ້ອມພຽງ, ຂ້ຽວຂາດຂອງທັງລະບົບການເມືອງ ແລະ ໄດ້ຮັບການສະໜັບສະໜູນຈາກປະຊາຊົນ, ພາຍຫຼັງປະຕິບັດມາເປັນເວລາ 3 ເດືອນ, ສະພາບການໂລກລະບາດໃນບໍລິເວນແຂວງແທັງຮວ໊າ ພວມຢູ່ໃນຂອບເຂດການຄວບຄຸມໄດ້. ທ່ານສະເໜີໃຫ້ອົງຄະນະພັກ, ອຳນາດການປົກຄອງແຂວງຫົວພັນທຸກຂັ້ນ ຈົ່ງຊີ້ນຳອົງການສາທາລະນະສຸກ, ຫົວໜ່ວຍພາສີຢູ່ດ່ານຊາຍແດນ, ທະຫານປ້ອງກັນຊາຍແດນຂອງແຂວງຫົວພັນ ໃຫ້ມີການແລກປ່ຽນຂໍ້ມູນຂ່າວກ່ຽວກັບສະພາບການໂລກລະບາດໂຄວິດ - 19 ຢ່າງເປັນປະຈຳ. ພ້ອມກັນນັ້ນ, ກໍເພີ່ມທະວີວຽກງານສົມທົບກັນລະຫວ່າງຄະນະພັກ, ອຳນາດການປົກຄອງທ້ອງຖິ່ນຕ່າງໆຢູ່ 2 ຟາກຊາຍແດນ ເພື່ອໂຄສະນາໃຫ້ປະຊາຊົນຮັບຊາບກ່ຽວກັບວິທີປ້ອງກັນ, ສະກັດກັ້ນໂລກລະບາດ ໂດຍບໍ່ປະໃຫ້ປະຊາຊົນໄປ - ມາຢ່າງຜິດກົດໝາຍ ເພື່ອແນໃສ່ສະກັດກັ້ນການແຜ່ລະບາດ ແລະ ການຄວບຄຸມໂລກລະບາດໄດ້ເປັນຢ່າງດີກວ່າ.
ເນື່ອງໃນໂອກາດນີ້, ແຂວງແທັງຮວ໊າ ໄດ້ໜູນຊ່ວຍບັນດາອຸປະກອນການແພດໃຫ້ແກ່ແຂວງຫົວພັນເພື່ອຮັບໃຊ້ວຽກງານດັ່ງກ່າວ ລວມມູນຄ່າທັງໝົດ 1 ຕື້ດົ່ງ.
 (ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top