• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂວງເທື່ອທຽນ-ເຫ້ວ ຕ້ອນຮັບນັກທ່ອງທ່ຽວມາຢ້ຽມຢາມໃນໂອກາດບຸນເຕັດປີກຸນ2019ນັບລ້ານໆເທື່ອຄົນ

ຕາມພະແນກທ່ອງທ່ຽວ ແຂວງເທື່ອທຽນ - ເຫ້ວ, ໃນໂອກາດບຸນເຕັດປີກຸນ 2019, ຈຳນວນແຂກທ່ອງທ່ຽວມາຢ້ຽມຢາມ ເຫ້ວ ຄາດວ່າ ບັນລຸ 230.000 ເທື່ອຄົນ, ໃນນັ້ນ ມີນັກທ່ອງທ່ຽວຕ່າງປະເທດກວ່າ 70.000 ເທື່ອຄົນ, ເພີ່ມຂຶ້ນ 5% ເມື່ອທຽບໃສ່ປີ 2018. 


ການເຄື່ອນໄຫວໃນໂອກາດບຸນເຕັດ ຢູ່ ເຫ້ວ

ພາບ:toquoc

ພິເສດ ແຕ່ວັນທີ 1-3 ບຸນເຕັດ (5-7 ກຸມພາ), ເຂດມໍລະດົກ ເຫ້ວ ຈະເປີດປະຕູໂດຍບໍ່ເກັບຄ່າເພື່ອຮັບໃຊ້ປະຊາຊົນ ແລະ ນັກທ່ອງທ່ຽວແມ່ນຊາວຫວຽດນາມ. ນະທີ່ນີ້ ສູນອະນຸລັກຮັກສາປູຊະນີຍະສະຖານກຸງເກົ່າເຫ້ວ ກໍ່ໄດ້ຈັດລາຍການຕ່າງໆເພື່ອຕ້ອນຮັບລະດູບານໃຫມ່ຄື: ການລະຫລິ້ນພື້ນເມືອງ, ເຊິດສິງໂຕ, ລາຍການສະແດງມວຍພື້ນເມືອງ…

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ປັບ​ປຸງ​ສາຍ​ພົວ​ພັນ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ ໃນ​ໄລ​ຍະ​ໃໝ່

ຫວຽດ​ນາມ - ລາວ ປັບ​ປຸງ​ສາຍ​ພົວ​ພັນ “ຫຸ້ນ​ສ່ວນ​ຍຸດ​ທະ​ສາດ” ໃນ​ໄລ​ຍະ​ໃໝ່

ວັນທີ 26 ມັງກອນ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ. ລາວ ແລະ ພັນລະຍາ ໄດ້ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ. ການຢ້ຽມຢາມ ໄດ້ດຳເນີນໃນລະຫວ່າງວັນທີ 26 – 27 ມັງກອນ, ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ, ປະກອບສ່ວນຍົກລະດັບການພົວພັນ ແລະ ກຳນົດທິດການຮ່ວມມືຮອບດ້ານ, ມີປະສິດທິຜົນ ແລະ ແທດຈິງຂອງໄລຍະພັດທະນາໃໝ່.

Top