• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂວງບິ່ງດິ້ງ ມອບສົ່ງຊາວປະມົງທີ່ຖືກອຸບັດຕິເຫດຢູ່ທະເລ ໃຫ້ແກ່ສະຖານທູດ ຟີລິບປິນ

      ວັນທີ 11 ພຶດສະພາ, ຢູ່ກຸຍເຍິນ, ແຂວງບິ່ງດິ້ງ, ພະແນກການຕ່າງປະເທດແຂວງບິ່ງດິ້ງ ແລະ ບັນດາຫົວໜ່ວຍກ່ຽວຂ້ອງ ໄດ້ມອບສົ່ງຊາວປະມົງ ຟີລິບປິນ Anding Nadie Repil ອາຍຸ 52 ປີ - ທີ່ຖືກອຸບັດຕິເຫດຢູ່ທະເລ ໃຫ້ແກ່ສະຖານທູດ ຟີລິບປິນ ປະຈໍາ ຮ່າໂນ້ຍ.

ແຂວງບິ່ງດິ້ງ ມອບສົ່ງຊາວປະມົງທີ່ຖືກອຸບັດຕິເຫດຢູ່ທະເລ (ຜູ້ທີສອງຢູ່ທາງເບື້ອງຂວາ)
ໃຫ້ແກ່ສະຖານທູດ ຟີລິບປິນ ປະຈໍາ ຮ່າໂນ້ຍ (ພາບ: VOV)
             ໃນວັນທີ 17 ເມສາ, ເວລາພວມຫາປາຢູ່ເຂດທະເລຫ່າງຈາກນະຄອນກຸຍເຍິນ, ແຂວງບິ່ງດ້ິງໄປທາງທິດຕາເວັນອອກ ປະມານ 180 ໄມ, ທ່ານຟານຄາ, ເຈົ້າຂອງກໍ່າປັ່ນຫາປາ ໝາຍເລກທະບຽນ BĐ 98435 ໄດ້ພົບເຫັນຜູ້ກ່ຽວຖືກພັດລອຍຢູ່ທະເລ ແລ້ວໄດ້ນໍາຜູ້ກ່ຽວຂ້ຶນກໍ່າປັ່ນເພື່ອໃຫ້ການຊ່ວຍເຫຼືອເບິ່ງແຍງດູແລ. ທ່ານ ຟານຄາ ແບ່ງປັນວ່າ:
        ສໍາລັບຂ້າພະເຈົ້າແລ້ວ, ບໍ່ວ່າຈະແມ່ນໃຜ, ຢູ່ໃສ, ຢູ່ປະເທດໃດກໍຕາມ, ເຮົາເຫັນເຂົາເຈົ້າຖືກອຸບັດຕິເຫດ, ເຮົາກໍຈະຊ່ວຍ ແລະ ເບິ່ງແຍງດູແລເຂົາ. ໃຜກໍຄືກັນໝົດ, ຊ່ວຍເຫຼືອຄົນແມ່ນສິ່ງທີ່ດີ. ເຮັດວຽກຢູ່ທະເລ ແມ່ນອັນຕະລາຍຫຼາຍ, ສະນັ້ນ ເວລາທີ່ເຫັນເຂົາເຈົ້າຖືກອຸບັດຕິເຫດ ເຮົາກໍຕ້ອງຊ່ວຍເຫຼືອເຂົາ”.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top