• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂວງກວ໋າງນິງອະນຸລັກຮັກສາ,ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳເພື່ອພັດທະນາການທ່ອງທ່ຽວ

      ກວ໋າງນິງມີລະບົບການທ່ອງທ່ຽວ, ມໍລະດົກວັດທະນະທຳທີ່ອຸດົມສົມບູນຫຼາຍຮູບຫຼາຍສີ. ປີນີ້ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ - 19, ດັ່ງນັ້ນ ບັນດາການເຄື່ອນໄຫວວັດທະນະທຳ, ງານບຸນເກືອບທັງໝົດຕ້ອງຢຸດຊົ່ວຄາວ, ບັນດາປູຊະນີຍະສະຖານ ເຂດທ່ອງທ່ຽວທຳມະຊາດໄດ້ຢຸດການຕ້ອນຮັບແຂກເປັນໄລຍະຍາວ. ເພື່ອຍາດແຍ່ງເອົາໂອກາດນີ້ ແຂວງກວ໋າງນິງໄດ້ເພີ່ມທະວີການລົງທຶນບູລະນະປະຕິສັງຂອນບັນດາປູຊະນີຍະສະຖານ, ມໍລະດົກວັດທະນະທຳເພື່ອສ້າງບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກ ກາຍເປັນເຄື່ອງໝາຍສະເພາະຂອງແຂວງ

ດ້ວຍຄວາມສູງແຕ່ 300 ຫາ 600 ແມັດ,    ນາຂັ້ນໄດ ຢູ່ຕາແສງລຸກໂຮ່ນ, ເມືອງບິ່ງລຽວ, ແຂວງກວ໋າງນິງມີຄວາມງົດງາມດັ່ງໃນຝັນ
      ໂດຍນອນຢູ່ທາງທີດຕາເວັນຕົກຂອງພູກາວຊຽມດ້ວຍຄວາມສູງແຕ່ 300 ຫາ 600 ແມັດ, ນາຂັ້ນໄດ ຢູ່ຕາແສງລຸກໂຮ່ນ, ເມືອງບິ່ງລຽວ, ແຂວງກວ໋າງນິງໄດ້ຮັບການຮັບຮອງແມ່ນປູຊະນີຍະສະຖານ - ທິວທັດທຳມະຊາດລະດັບແຂວງ. ໃນລະດູເກັບກ່ຽວ, ເນື້ອທີ່ເຂົ້າສຸກເຫຼືອງອາຮາມ ພ້ອມກັບສີສັນວັດທະນະທຳຂອງພໍ່ແມ່ພີ່ນ້ອງບັນດາເຜົ່າຄື: ຢ້າວ, ສັນຈີ,  ໄຕ່ຢູ່ ບິ່ງລຽວໄດ້ເຮັດໃຫ້ແຂກທ່ອງທ່ຽວມີຄວາມນິຍົມຄົ້ນຫາ. ນາງໂງທິຫຼີ ແຂກທ່ອງທ່ຽວມາຈາກນະຄອນເກິ່ມຝາເວົ້າວ່າ:
      “ມາທ່ອງທ່ຽວຢູ່ ບິ່ງລຽວ, ຂ້າພະເຈົ້ຮູ້ສຶກວ່ານີ້ແມ່ນເຂດພູດອຍທີ່ໃຫຍ່ໂຕມະໂຫຖານ. ທິວທັດທຳມະຊາດຢູ່ແຫ່ງນີ້ ໄດ້ເຮັດໃຫ້ຂ້າພະເຈົ້າຮູ້ສຶກຄືໄດ້ກັບຄືນຄາວເຍົາໄວ, ຄາວເປັນນັກຮຽນ ໄດ້ຮັບຟັງຄຳສອນຈາກອ້າຍເອື້ອຍຄູ. ແຕ່ເມື່ອມານີ້ ພວກຂ້າພະເຈົ້າໄດ້ເຫັນຕົວຈິງ ເຫັນວ່າມີຄວາມງົດງາມເປັນໜ້າຈັບໃຈອີຫຼີບັນດາທົ່ງໄຮ່ທົ່ງນາສຸກເຫຼືອງອາຮາມທີ່ງົດງາມ ໃນທ່າມກາງສີຫອມຫວນສົ່ງໄປທົ່ວເຂດເຊິ່ງບໍ່ມີຫຍັງສາມາດພັນລະນາໄດ້”.
       ຢູ່ແຫ່ງນີ້ປະຊາຊົນສ່ວນຫຼວງຫຼາຍແມ່ນພໍ່ແມ່ພີ່ນ້ອງບັນດາເຜົ່າສ່ວນໜ້ອຍ, ໃນໄລຍະທີ່ຜ່ານມາ, ເມືອງບິ່ງລຽວໄດ້ສ້າງບັນດາໝູ່ບ້ານວັດທະນະທຳ  ຟື້ນຟູການດຳເນີນຊີວິດວັດທະນະທຳພື້ນເມືອງຄື ຂັບແທນ - ພິນຕິ໊ງຂອງເຜົ່າໄຕ່, ຂັບສອງເກາະຂອງເຜົ່າສັນຈີ. ງານບຸນສາລາລຸກນ່າ... ນັ້ນແມ່ນບັນດາຜະລິດຕະພັນທ່ອງທ່ຽວທີ່ດູດດື່ມແລະເປັນເອກະລັກ. ທ່ານນາງຫງວຽນທິຕວ໊ຽດແຮັ້ງ ປະທານຄະນະກຳມະການປະຊາຊົນເມືອງບິ່ງລຽວໃຫ້ຮູ້ວ່າ :
      “ພວກຂ້າພະເຈົ້າໄດ້ຍູ້ແຮງການໂຄສະນາເຜີຍແຜ່ ແລະເປີດບັນດາຊຸດອົບຮົມໃຫ້ແກ່ຊາວທ້ອງຖິ່ນ ເຊິ່ງແມ່ນບັນດາຜູ້ເຂົ້າຮ່ວມໃນການພັດທະນາບັນດາຜະລິດຕະພັນທ່ອງທ່ຽວຂອງເມືອງບິ່ງລຽວໂດຍກົງ. ພວກຂ້າພະເຈົ້າຈະສືບຕໍ່ນຳໃຊ້ບັນດາຜະລິດຕະພັນທ່ອງທ່ຽວທີ່ມີທ່າແຮງຄືນາຂັ້ນໄດ, ເຂດປ່າເລົາ, ຮູບພາບກ່ຽວກັບດອກຄາມີເລຍ...”
     ເຂດປູຊະນີຍະສະຖານວັດອຽນຕື໋ ກໍ່ແມ່ນຕົວແບບໃນການຮ່ວມແຮງຮ່ວມໃຈອະນຸລັກຮັກສາບູລະນະປະຕິສັງຂອນ ແລະ ເສີມຂະຫຍາຍຄຸນຄ່າ ກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມສຳລັບແຂກທ່ອງທ່ຽວທັງຫຼາຍ. ໃນ 10 ປີທີ່ຜ່ານມາ ວັດ ອຽນຕື໋ ໄດ້ຮັບການລົງທຶນເກືອບ 3.000 ຕື້ດົ່ງໃຫ້ແກ່ພື້ນຖານໂຄງລ່າງເຕັກນິກ, ການບໍລິການ ແລະ ວຽກງານບູລະນະປະຕິສັງຂອນ.   ການເຄື່ອນໄຫວກັບຄືນສູ່ນະມັດສະການຢູ່ດິນແດນແຫ່ງພະພຸດຢູ່ ອຽນຕື໋ ໃນລະດູໃບໄມ້ຫຼົ່ນເພື່ອອາໄລຫາ ພະພຸດເຈົ້າຊີວິດເຈິ່ນເຍິນຕົງ ປີ 2020 ໄດ້ສ້າງຄວາມດຶງດູດໃຈຊາວພຸດ, ແຂກທ່ອງທ່ຽວໃນທົ່ວປະເທດ. ນາງຫງວຽນແທັງງາ ແຂກທ່ອງທ່ຽວມາຈາກຮ່າໂນ້ຍໃຫ້ຮູ້ວ່າ:
      “ມາຮອດອຽນອື໋ ຂ້າພະເຈົ້າຮູ້ສຶກວ່າ ມີຄວາມພິເສດທີ່ສຸດ ເພາະວ່າມີບັນຍາກາດແຕກຕ່າງກັນ. ອຽນຕື໋ ໃນປັດຈຸບັນໄດ້ຖືກກໍ່ສ້າງຢ່າງໃຫຍ່ໂຕໂອໂຖງແຕ່ກໍ່ຍັງຮັກສາບັນຍາກາດຂອງດິນແດນແຫ່ງສັກສິດ ອັນໄດ້ດຶງດູດແຂກທ່ອງທ່ຽວມາຢ້ຽມຊົມ ນະມັດສະການຢ່າງຫຼວງຫຼາຍ”
      ປັດຈຸບັນແຂວງກວ໋າງນິງມີປູຊະນີຍະສະຖານປະຫວັດສາດ, ວັດທະນະທຳແລະທິວທັດທຳມະຊາດຫຼາຍກວ່າ 630 ແຫ່ງ, ໃນນັ້ນມີປະມານ 120 ແຫ່ງແມ່ນນອນໃນບັນດາລາຍການທ່ອງທ່ຽວຢ່າງເປັນທາງການ. ມີປູຊະນີຍະສະຖານບາງແຫ່ງໄດ້ຮັບການເລືອກເຟັ້ນຈາກບັນດາບໍລິສັດທ່ອງທ່ຽວເພື່ອສ້າງລາຍການທ່ອງທ່ຽວສະເພາະ. ທ່ານຟ້າມງອກຖຸຍ, ຫົວໜ້າພະແນກທ່ອງທ່ຽວແຂວງ ກວ໋າງນິງໃຫ້ຮູ້ວ່າ:
      “ຂະແໜງທ່ອງທ່ຽວພວກຂ້າພະເຈົ້າມີຄວາມຫວັງຢ່າງຍິ່ງຕໍ່ຂົງເຂດວັດທະນະທຳ, ບໍ່ພຽງແຕ່ວັດທະນະທຳເທົ່ານັ້ນ ຫາກຍັງຕ້ອງກາຍເປັນຂະແໜງອຸດສາຫະກຳເທື່ອລະກ້າວ. ໃນເວລານັ້ນ ພວກເຮົາຈຶ່ງສາມາດສ້າງຄວາມດຶງດູດໃຈແຂກທ່ອງທ່ຽວທັງຢູ່ພາຍໃນປະເທດ ແລະສາກົນ. ສິ່ງນີ້ບໍ່ພຽງແຕ່ອີງໃສ່ລະດັບຄວາມຮັບຮູ້ຂອງປະຊາຊົນເທົ່ານັ້ນ ຫາກຍັງຕ້ອງມີການປ່ຽນແປງທາງດ້ານຈິນຕະນາການຂອງທັງອົງການຄຸ້ມຄອງລັດອີກດ້ວຍ”.
      ລະບົບປູຊະນີຍະສະຖານປະຫວັດສາດ, ມໍລະດົກວັດທະນະທຳບໍ່ເປັນວັດຖຸໃນບໍລິເວນແຂວງກໍ່ແມ່ນແຫຼ່ງຊັບພະຍາກອນທຳມະຊາດອັນລ້ຳຄ່າ ປະກອບສ່ວນສ້າງກຳລັງດຶງດູດ,ເຄື່ອງໝາຍທ່ອງທ່ຽວ, ຄຸນຄ່າຂອງຂະແໜງທ່ອງທ່ຽວແຂວງກວ໋າງນິງ. ນີ້ຈະແມ່ນໂອກາດເພື່ອໃຫ້ຂະແໜງທ່ອງທ່ຽວກວ໋າງນິງກ້າວກະໂດດຂັ້ນໃນໄລຍະທີ່ຈະມາເຖິງ
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top