• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຮົ້າຢາງ ຄວນເຫັນຄວາມສາມາດບົ່ມຊ້ອນໃຫ້ກາຍເປັນແຫຼ່ງກຳລັງ; ຫັນຄວາມຄາດຫວັງໃຫ້ກາຍເປັນການກະທຳທີ່ແທດຈິງ ແລະ ມີປະສິດທິຜົນ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຕີລາຄາສູງ, ຍ້ອງຍໍຊົມເຊີຍຂອງອົງຄະນະພັກ, ອຳນາດການປົກຄອງ, ທະຫານ ແລະ ປະຊາຊົນແຂວງ ເຮົ້າຢາງ ກັບບັນດາຜົນງານສຳຄັນທີ່ບັນລຸໄດ້
  ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN)  

ໂດຍສືບຕໍ່ລາຍການເຮັດວຽກຢູ່ແຂວງ ເຮົ້າຢາງ, ຕອນເຊົ້າວັນທີ 17 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ເຮັດວຽກກັບຄະນະປະຈຳພັກແຂວງ ເຮົ້າຢາງ ກ່ຽວກັບໝາກຜົນການປະຕິບັດໜ້າທີ່ຈຸດສຸມປີ 2021 ແລະ 6 ເດືອນຕົ້ນປີ 2022; ກຳນົດທິດໜ້າທີ່ຈຸດສຸມໃນ 6 ເດືອນທ້າຍປີ 2022 ຂອງແຂວງ.

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຕີລາຄາສູງ, ຍ້ອງຍໍຊົມເຊີຍຂອງອົງຄະນະພັກ, ອຳນາດການປົກຄອງ, ທະຫານ ແລະ ປະຊາຊົນແຂວງ ເຮົ້າຢາງ ກັບບັນດາຜົນງານສຳຄັນທີ່ບັນລຸໄດ້ ໃນການພັດທະນາເສດຖະກິດ - ສັງຄົມ, ປະກອບສ່ວນສຳຄັນເຂົ້າໃນໝາກຜົນລວມຂອງປະເທດຊາດ.

ກ່ຽວກັບການກຳນົດທິດພັດທະນາໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ: ເຮົ້າຢາງ ຄວນເຫັນຄວາມສາມາດບົ່ມຊ້ອນໃຫ້ກາຍເປັນແຫຼ່ງກຳລັງ; ຫັນຄວາມຄາດຫວັງໃຫ້ກາຍເປັນການປະທຳທີ່ແທດຈິງ ແລະ ມີປະສິດທິຜົນ; ເສີມຂະຫຍາຍກຳລັງແຮງພາຍໃນພັດທະນາເສດຖະກິດ - ສັງຄົມຢ່າງໄວ ແລະ ຍືນຍົງ, ເພື່ອໃຫ້ປະຊາຊົນນັບມື້ນັບອິມໜຳສຳລານ, ສົມບູນຜູນສຸກ. ພິເສດ, ພ້ອມກັບການພັດທະນາເສດຖະກິດ ຕ້ອງເອົາໃຈໃສ່ຮັກສາ, ພັດທະນາວັດທະນະທຳ, ປົກປັກຮັກສາສິ່ງແວດລ້ອມ, ຊັບພະຍາກອນມະນຸດ…

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ຄະນະປະຕິບັດງານໄດ້ໄປຖະຫວາຍທູບທຽນ, ດອກໄມ້ຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຂວງ ເຮົ້າຢາງ; ຢ້ຽມຢາມບັນດາຄອບຄົວນະໂຍບາຍຢູ່ແຂວງ ເຮົ້າຢາງ.

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top