• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຮັດໃຫ້ການພົວພັນມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ເລິກເຊິ່ງຂຶ້ນຕື່ມ

ໃນອາຍຸການໃໝ່, ສະມາຄົມສືບຕໍ່ເອົາໃຈໃສ່ຝຶກອົບຮົມ, ກໍ່ສ້າງຖັນແຖວພະນັກງານ; ຕັ້ງໜ້າດຶງດູດການເຂົ້າຮ່ວມຂອງບັນດາບຸກຄົນດີເດັ່ນ, ບັນດາອົງການກ່ຽວຂ້ອງໃນບັນດາການເຄື່ອນໄຫວພົວພັນຕ່າງປະເທດປະຊາຊົນ
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ V ອາຍຸການ 2023 – 2028 ຈັດຂຶ້ນໃນຕອນເຊົ້າວັນທີ 9 ຕຸລາ

ຕອນເຊົ້າວັນທີ 9 ຕຸລາ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ໄດ້ຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ V ອາຍຸການ 2023 – 2028.

ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານ ເຈິ່ນແທັງເໝີນ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ, ປະທານກຸ່ມສະມາຊິກສະພາແຫ່ງຊາດ ມິດຕະພາບ ຫວຽດນາມ - ລາວ ໄດ້ສະເໜີວ່າ: ໃນອາຍຸການໃໝ່, ສະມາຄົມສືບຕໍ່ເອົາໃຈໃສ່ຝຶກອົບຮົມ, ກໍ່ສ້າງຖັນແຖວພະນັກງານ; ຕັ້ງໜ້າດຶງດູດການບັນດາບຸກຄົນດີເດັ່ນ, ເຂົ້າຮ່ວມໃນບັນດາອົງການກ່ຽວຂ້ອງໃນບັນດາການເຄື່ອນໄຫວພົວພັນຕ່າງປະເທດປະຊາຊົນ. ສະມາຄົມທຸກຂັ້ນໃນທົ່ວປະເທດ, ພິເສດແມ່ນສະມາຄົມຢູ່ບັນດາແຂວງເຂດຊາຍແດນ, ເຮັດໃຫ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງຝ່າຍເລິກເຊິ່ງຂຶ້ນຕື່ມ, ຈັດບັນດາການເຄື່ອນໄຫວພົວພັນແລກປ່ຽນວັດທະນະທຳ, ພົວພັນລຸ້ນໜຸ່ມ, ບຳລຸງສ້າງ, ຝຶກອົບຮົມແຫຼ່ງກຳລັງ, ສາທາລະນະສຸກ, ເຕັກໂນໂລຊີຂໍ້ມູນຂ່າວສານ, ປົກປັກຮັກສາສິ່ງແວດລ້ອມ.

ກອງປະຊຸມໃຫຍ່ໄດ້ເລືອກຕັ້ງທ່ານ ຫງວຽນດັກວິງ, ຫົວໜ້າກຳມາທິການວັດທະນະທຳ, ການສຶກສາ ຂອງສະພາແຫ່ງຊາດ ເປັນປະທານ ສະມາຄົມມິດຕະພາບ ຫວຽດນາມ - ລາວ, ອາຍຸການ 2023 – 2028.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top